Ⅰ.ປະເພດການຮັບສະໝັກນັກຮຽນ
ນັກສຶກສາທີ່ມີວຸດທິການສຶກສາ(ນັກສຶກສາປະລິຍາຕີແບບຕະຫຼອດມື້),ນັກສຶກສາກຽມອຸດົມພາສາຈີນ,ນັກສຶກສາໄລຍະສັ້ນທີ່ບໍ່ມີວຸດທິການສຶກສາ
Ⅱ. ລະບົບການສຶກສາ
(ກ) ນັກສຶກສາທີ່ມີວຸດທິການສຶກສາ:ລະບົບການສຶກສາມາດຕະຖານ 4 ປີ
(ຂ) ນັກສຶກສາກຽມອຸດົມພາສາຈີນ:ລະບົບການສຶກສາມາດຕະຖານ 1 ປີ
(ຄ) ນັກສຶກສາໄລຍະສັ້ນທີ່ບໍ່ມີວຸດທິການສຶກສາ:1ພາກຮຽນຫຼື1ສົກປີຮຽນ
Ⅲ. ວິຊາສະເພາະທີ່ໄດ້ຮັບ
ວິຊາສະເພາະສຳລັບການຮັບສະໝັກນັກສຶກສາຊັ້ນປະລິນຍາຕີລາຍລະອຽດຄືຕາມເອກະສານຊ້ອນທ້າຍ1.
Ⅳ. ເງື່ອນໄຂການລົງທະບຽນ
(ກ) ເງື່ອນໄຂພື້ນຖານ
1.ພົນລະເມືອງທີ່ບໍ່ແມ່ນຄົນຈີນແລະຖືໜັງສືຜ່ານແດນຕ່າງປະເທດທີ່ຍັງບໍ່ໝົດອາຍຸ, ມີສຸຂະພາບແຂງແຮງ, ມີບຸກຄະລິກກະພາບທີ່ດີ ແລະ ບໍ່ມີ ປະຫວັດທາງຄະດີອາຍາ.
2.ປະຕິບັດຕາມກົດໝາຍ ແລະ ກົດລະບຽບຂອງປະເທດຈີນ, ກົດລະບຽບ ຂອງໂຮງຮຽນ, ເຄົາລົບຮີດຄອງປະເພນີຂອງປະຊາຊົນຈີນ, ແລະມີຄຸນສົມ
ບັດສິນນະທໍາທີ່ດີ.
3. ສະຖານະພາບສຸຂະພາບຮ່າງກາຍຄວນເປັນໄປຕາມ “ມາດຕະຖານ ການກວດສຸຂະພາບສຳລັບນັກສຶກສາຕ່າງປະເທດທີີ່ມາຮຽນໃນປະເທດຈີນ” ທີ່ໄດ້ປະກາດຈາກກະຊວງສຶກສາທິການ ຂອງສາທາລະນະລັດ ປະຊາຊົນ ຈີນ.
4. ຊ່ວງອາຍຸ: ນັກສຶກສາປະລິຍາຕີ: ອາຍຸ18 - 35ປີ; ນັກສຶກສາກຽມອຸດົມພາສາຈີນ: 18-35 ປີ;ນັກສຶກສາໃນໄລຍະສັ້ນທີ່ບໍ່ມີວຸດທິການສຶກສາ: ອາຍຸ18-55 ປີ
5. ຈົບການສຶກສາມັດທະຍົມຕອນປາຍ ຫຼື ທຽບເທົ່າ ແລະມີໃບຢັ້ງຢືນທີ່ກ່ຽວຂ້ອງ.
(ຂ) ເງື່ອນໄຂການເຂົ້າຮຽນ
ນັກສຶກສາເປັນວຸດທິການສຶກສາ: ຕ້ອງມີໃບຢັ້ງຢືນ HSK ລະດັບ 4 ເມື່ອລົງທະບຽນເຂົ້າຮຽນ ເເລະ ນັກສຶກສາຍັງຈຳເປັນຕ້ອງ ສອບເສັງເຂົ້າຮຽນ ທີ່ໄດ້ຈັດຕັ້ງໂດຍວິທະຍາໄລຂອງນັກສຶກສາທີ່ໄດ້ສະໝັກໄວ້ ໃນວິຊານັ້ນ.
ນັກສຶກສາກຽມອຸດົມ:
1. ຫຼັງຈາກຮຽນໃນຫຼັກສູດການກຽມພາສາຈີນແລ້ວ, ຜ່ານການສອບເສັງ HSK ລະດັບ 4, ແລະຜ່ານການສອບເສັງເຂົ້າຮຽນວິຊາສະເພາະທີ່ທ່ານໄດ້ສະໝັກ, ທ່ານສາມາດ ເຂົ້າຮຽນລະດັບປະລິນຍາຕີໄດ້;
2. ນັກສຶກສາຜູ້ທີ່ມີເງື່ອນໄຂເຂົ້າຮຽນໃນລະດັບປະລິນຍາຕີ, ແຕ່ສະໝັກຮ້ອງຂໍເຂົ້າຮຽນຫຼັກສູດສໍາລັບກຽມພາສາຈີນ.
Ⅴ. ວິທີ ແລະ ເອກະສານການລົງທະບຽນ
(ກ) ວິທີການລົງທະບຽນ
1.ການລົງທະບຽນໂອນລາຍ:ສົ່ງສຳເນົາເອກະສານສະແກນທີ່ກ່ຽວຂ້ອງເຂົ້າອີແມວ: 3103891441@qq.com.
2.ການລົງທະບຽນຢູ່ໃນສະຖານທີ່: ຜູ້ຮັ້ອງຂໍ ຫຼື ໃຫ້ຜູ້ມອບໝາຍນໍາເອົາເອກະສານດ້ານການລົງທະບຽນຕົ້ນສະບັບໄປສະຖານທີ່ໂຮງຮຽນເພື່ອລົງທະບຽນ (ທີ່ຢູ່:ຫ້ອງເບີB102,ສູນກິດຈະກຳນັກສຶກສາ,ວິທະຍາໄລຫົງເຮີ, ເມືອງເໝີງຈື, ກິ່ງແຂວງຫົງເຮີ, ແຂວງຢຸນນານ).
(ຂ) ເອກະສານລົງທະບຽນ
1. “ແບບຟອມຮ້ອງຂໍເຂົ້າຮຽນດ້ານນັກສຶກສາສາກົນຂອງວິທະຍາໄລຫົງເຮີ” (ກະລຸນາຕື່ມຂໍ້ມູນເປັນພາສາຈີນຫຼືພາສາອັງກິດ ເເລ້ວສົ່ງເອກະສານແບບ Excel ແລະ ສຳເນົາສະເເກນສະບັບທີ່ໄດ້ລົງລາເຊັນ);
2.ໜ້າຂໍ້ມູນສ່ວນຕົວ ຂອງໜັງສືຜ່ານແດນ (ໜັງສືຜ່ານແດນທ່ີ່ມີອາຍຸຫຼາຍກວ່າໜຶ່ງປີຂື້ນໄປ), ສໍາເນົາສະແກນໜ້້າວີຊາທີ່ໄດ້ນໍາໃຊ້ໃນຫຼ້າສຸດ ແລະໜ້າປະທັບກາຄົນເຂົ້າ-ອອກເມືອງ(ຖ້າທ່ານຍັງບໍ່ໄດ້ຮ້ອງຂໍໜັງສືຜ່ານແດນ,ທ່ານສາມາດສະໜອງສໍາເນົາສະແກນບັດປະຈຳຕົວກ່ອນ);
3.ຮູບຖ່າຍເອເລັກໂຕຣນິກທີ່ບໍ່ໃສ່ໝວກ (ຮູບຖ່າຍມີສີທີ່ບໍ່ໃສ່ໝວກຕິດບັດຂະໜາດ 2 ນິ້ວ, ພື້ນຫຼັງສີຂາວໂດຍບໍ່ມີຂອບ,ພາກຫົວກວມຂະໜາດ2/3ຂອງຮູບຖ່າຍ,ຂະໜາດຂອງຮູບຖ່າຍບໍ່ໃຫ້ຕໍ່າກວ່າ 320 * 240 ພິກເຊລ,ອັດຕາສ່ວນຄວາມສູງກັບກວ້າງເເມ່ນ 4:3, ຂະໜາດ 100-200KB, ຮູບແບບJPG);
4.ໃບປະກາດຈົບຊັ້ນມັດທະຍົມຕອນປາຍ, ນັກຮຽນຈົບໃໝ່ທີ່ຍັງ ບໍ່ທັນໄດ້ຮັບໃບປະກາດ ເເມ່ນໃຫ້ນໍາເອົາໃບຢັ້ງຢືນການຈົບຊັ້ນທີ່ອອກໂດຍໂຮງຮຽນທີ່ໄດ້ສຶກສາຢູ່່(ຈໍາເປັນຕ້ອງມີໃບຮັບຮອງທະບຽນສານແລະຕິດຄັດເອກະສານທີ່ໄດ້ແປເປັນພາສາຈີນ ຫຼື ອັງກິດ);
5.ຄະແນນສອບເສັງຊັ້ນມັດທະຍົມຕອນປາຍ ແລະ ຄະແນນສອບເສັງການຈົບຮຽນ (ຈໍາເປັນຕ້ອງມີໃບທະບຽນສານ,ພ້ອມຕິດຄັດເອກະສານທີ່ໄດ້ແປເປັນພາສາຈີນຫຼືອັງກິດ);
6.ໃບຄະແນນHSKລະດັບ 4 (ນັກສຶກສາວຸດທິການສຶກສາຈະຕ້ອງສະໜອງໃຫ້)
7.ໃບຢັ້ງຢືນບໍ່ມີປະຫວັດທາງຄະດີອາຍາ (ຈໍາເປັນຕ້ອງມີໃບຮັບຮອງທະບຽນສານ ແລະຕິດຄັດເອກະສານທີ່ໄດ້ແປເປັນພາສາຈີນ ຫຼື ອັງກິດ);
8.ໃບຢັ້ງຢືນການຄໍ້າປະກັນດ້ານເສດຖະກິດຂອງຄອບຄົວ(ຈໍາເປັນຕ້ອງມີໃບຮັບຮອງທະບຽນສານ ແລະຕິດຄັດເອກະສານທີ່ໄດ້ແປເປັນພາສາຈີນ ຫຼື ອັງກິດ);
9.ຈົດໝາຍແນະນຳ (ອອກໂດຍຜູ້ທີ່ກ່ຽວຂ້ອງຮັບຜິດຊອບ ຫຼື ຄູສອນປະຈໍາຊັັ້ນຮຽນຂອງໂຮງຮຽນທີ່ມີລະດັບການສຶກສາສູງສຸດ).
10. “ໃບກວດສຸຂະພາບຄົນຕ່າງປະເທດ”(ຄືຕາມເອກະສານຊ້ອນທ້າຍ2) ແລະ ສະບັບສະແກນສຳລັບບົດລາຍງານຜົນກວດເລືອດ.
ໝາຍເຫດ:ເອກະສານການລົງທະບຽນທັງໝົດ ຈະຕ້ອງສະໜອງສໍາເນົາສະແກນເປັນຮູບແບບPDFຢ່າງເປັນທາງການ,ຖ້າເອກະສານເປັນຮູບພາບທີ່ຖ່າຍໂດຍໂທລະສັບມືຖືຫຼື ກ້ອງຖ່າຍ
ຮູບ ເເມ່ນຈະບໍ່ຖືກຍອມຮັບ.
Ⅵ. ມາດຖານຂອງຄ່າໃຊ້້ຈ່່າຍ
1. ຄ່າຮຽນ: 8.400 ຢວນ/ປີຮຽນ
2.ຄ່າຢູ່ຄ່າພັກ: 1.200 ຢວນ/ປີຮຽນ ສຳລັບຫ້ອງພັກ4ຄົນ,800ຢວນ/ປີຮຽນສຳລັບຫ້ອງພັກ6ຄົນ
3.ຄ່າທຳນຽມຕ່າງໆທີ່ກ່ຽວຂ້ອງ: ຄ່າປະກັນໄພແມ່ນ 435 ຢວນ/ປີ, ຄ່າ ກວດສຸຂະພາບແມ່ນ 233 ຢວນ/ຄັ້ງ, ຄ່າທຳນຽມໃບອະນຸຍາດທີ່ຢູ່ອາໄສ ແມ່ນ 400 ຢວນ/ປີ (ໝາຍເຫດ: ເມື່ອຜູ້ສະໝັກມາຮອດໂຮງຮຽນເເມ່ນຈະ ຈ່າຍຄ່າໃຫ້ພະແນກທີ່ກ່ຽວຂ້ອງ ຕາມມາດຕະຖານຄ່າຍໃຊ້ຈ່າຍທີ່ພະແນກກ່ຽວຂ້ອງໄດ້ປະຕິບັດໃນປັດຈຸບັນນີ້ ແລະຈຳນວນເງິນຕົວຈິງອາດຈະມີການ ປ່ຽນແປງຕາມຄວາມເໝາະສົມ) .
Ⅶ. ທຶນເຫຼົ່າຮຽນ
(ກ) ທຶນເຫຼົ່າຮຽນບັບໂຮງຮຽນ ຂອງວິທະຍາໄລຫົງເຮີ
1. ປະເພດທຶນເຫຼົ່າຮຽນ
(1) ທຶນເຫຼົ່າຮຽນສຳລັບນັກສຶກສາທີ່ຮັບສະໝັກໃໝ່
ນັກສຶກສາລະດັບປະລິນຍາຕີ ແລະ ກຽມອຸດົມພາສາຈີນແມ່ນ ຈະສາມາດຮັບໄດ້ທຶນເຫຼົ່າຮຽນ ເຄິ່ງໜຶ່ງ (ຍົກເວັ້ນຄ່າຮຽນເຄິ່ງໜຶ່ງ).
ເປົ້າໝາຍຮັບສະໝັກນັກສຶກສາ:
ນັກສຶກສາປະລິຍາຕີ: ນັກຮຽນຕ່າງປະເທດ ທີ່ມີຄະແນນແລະຄຸນສົມບັດດີເລີດໃນໂຮງຮຽນຊັ້ນມັດທະຍົມປາຍ (ຫຼືມີວຸດທິການສຶກສາເທົ່າທຽມກັນ), ມີໃບຢັ້ງຢືນHSKລະດັບ4, ບໍ່ມີບັນທຶກຄະດີອາຍາ, ແລະ ຜູ້ທີ່ສາມາດເຂົ້າຮຽນວິຊາຊີບໂດຍກົງຫຼັງຈາກສອບເສັງເຂົ້າຮຽນ.
ນັກສຶກສາກຽມອຸດົມ:
+ ນັກຮຽນຕ່າງປະເທດທີ່ມີຄະແນນດີເລີດໃນໂຮງຮຽນຊັ້ນມັດທະຍົມປາຍ (ຫຼືມີວຸດທິການສຶກສາເທົ່າທຽມກັນ), ບໍ່ມີປະຫວັດທາງຄະດີອາຍາ, ມີຜົນຮຽນແລະຄຸນສົມບັດດີເລີດ ແຕ່ທັກສະດ້ານພາສາບໍ່ໄດ້ບັນລຸມາດຕະຖານຂອງການເຂົ້າຮຽນວິຊາຊີບ .
+ ນັກສຶກສາ ຜູ້ທີ່ມີເງື່ອນໄຂເຂົ້າຮຽນໃນລະດັບປະລິນຍາຕີ, ແຕ່ສະໝັກ ໃຈ ຮ້ອງຂໍເຂົ້າຮຽນໃນຫຼັກສູດກຽມອຸດົມພາສາຈີນ.
ໄລຍະເວລາທຶນເຫຼົ່າຮຽນ:
ນັກສຶກສາກຽມອຸດົມແລະນັກສຶກສາປະລິຍາຕີສາມາດຂໍ“ທຶນເຫຼົ່າຮຽນສຳລັບຮັບສະໝັກນັກສຶກສາໃໝ່”ພາຍໃນໄລຍະປີທຳອິດ,ຊື່ງນັກສຶກສາກຽມອຸດົມແລະນັກສຶກສາປະລິຍາຕີສາມາດຮັບໄດ້ທຶນເຫຼົ່າຮຽນສຳລັບຮັບສະໝັກນັກສຶກສາໃໝ່ໃນໄລຍະເວລາດົນສຸດເປັນ1ປີ,ໄລຍະກຳນົດໝົດອາຍຸແລ້ວທຶນເຫຼົ່າຮຽນນີ້ຈະປ່ຽນເປັນຄ່າຮຽນດ້ວຍອັດຕະໂນມັດ. ກໍລະນີຖ້ານັກສຶກສາກຽມອຸດົມຮຽນກາຍໄລຍະກຳນົດ1ປີແຕ່ລະດັບພາສາຈີນບໍ່ໄດ້ມາດຕະຖານ ຈະປ່ຽນເປັນນັກສຶກສາທີ່ຈ່າຍຄ່າຮຽນດ້ວຍຕົນເອງ,ນັກສຶກສາສາມາດສືບຕໍ່ຮຽນໄດ້ພຽງແຕ່ພາຍຫຼັງຈ່າຍຄ່າຮຽນຕາມມາດຖານຊັ້ນກຽມພາສາຈີນຂອງໂຮງຮຽນໃນປີນັ້ນ(ປະຈຸບັນ8.400ຢວນ/ປີ/ຄົນ) ຈົນຮອດລະດັບພາສາຈີນຈະບັນລຸມາດຕະຖານດ້ານວິຊາຊີບ.
(2) ທຶນເຫຼົ່າຮຽນສົກປີ
ນັກສຶກສາກຽມອຸດົມ ແລະ ນັກສຶກສາປະລິຍາຕີພາຍຫຼັງທີ່ໄດ້ເຂົ້າຮຽນແລ້ວຮຽນສຳເລັດເວລາ1ປີ,ຈະປ່ຽນເປັນນັກສຶກສາຈ່າຍຄ່າຮຽນດ້ວຍຕົນເອງນັບແຕ່ປີທີ່ສອງເປັນຕົ້ນໄປ,ອີງຕາມສະພາບຕົວຈິງຕົນເອງສາມາດຂໍທຶນເຫຼົ່າຮຽນສົກປີໄດ້ດ້ວຍສະໝັກໃຈ,ແລະເຂົ້າຮ່ວມກາຍປະເມີນ“ທຶນເຫຼົ່າຮຽນສົກປີ”ພາຍໃນທົ່ວວິທະຍາໄລ,ຈະໂດຍວິທະຍາໄລສະເໜີຜູ້ດີເລີດເຊິ່ງປະເມີນຄະແນນສອບເສັງ,ລະດັບ ແລະ ປະກາດ
ໄລຍະເວລາທຶນເຫຼົ່າຮຽນ: ແຕ່ລະປີຮຽນປະເມີນ1ເທື່ອ,ນັກສຶກສາທີ່ຮຽນຊັ້ນກຽມແລ້ວຍົກເຂົ້າຊັ້ນມັດທະຍົມປາຍຢູ່ວິທະຍາໄລເຮົານັ້ນຈະສາມາດເຂົ້າຮ່ວມການປະເມີນໄດ້4ເທື່ອ,ສຳລັບນັກສຶກສາປະລິຍາຕີອື່ນສາມາດເຂົ້າຮ່ວມການປະເມີນໄດ້ຫຼາຍສຸດ3ເທື່ອ,ສ່ວນນັກສຶກສາທີ່ຮຽນຈົບ4ປີແລ້ວຍັງສືບຕໍ່ຮຽນນັ້ນຈະບໍ່ມີຄຸນວຸດທິເຂົ້າຮ່ວມການປະເມີນ.
(ຂ) ທຶນເຫຼົ່າຮຽນອື່ນ
ວິທະຍາໄລຫົງເຮີຈະ ສະໜອງທຶນເຫຼົ່າຮຽນ ປະເພດອື່ນໆ,ລວມທັງ“ທຶນເຫຼົ່າຮຽນຂອງອຳນາດການປົກຄອງເເຂວງຢຸນນານສໍາລັບນັກສຶກສາຕ່າງປະເທດ”,“ທຶນເຫຼົ່າຮຽນຄູອາຈານສອນພາສາຈີນສາກົນ”ເເລະ ທຶນຊ່ວຍຮຽນທີ່ສັງຄົມມອບດ້ວຍແຫຼ່ງອື່ນໆ(ຂອບເຂດ,ເປົ້າໝາຍເເລະ ຮູບແບບຂອງທຶນເຫຼົ່າຮຽນຕ່າງໆລາຍລະອຽດ ຈະຖືກກໍານົດຕາມສະຖານະການຕົວຈິງຂອງປີນັ້ນຫຼັງຈາກນັກສຶກສາໄດ້ລົງທະບຽນເຂົ້າຮຽນ).
Ⅷ. ມື້ສຸດທ້າຍສຳລັບການລົງທະບຽນ
ວັນທີ 31ກໍລະກົດ 2024.
Ⅸ. ການຮັບເຂົ້າຮຽນ ແລະ ແຈ້ງການ
1.ວິທະຍາໄລຫົງເຮີຈະກວດກາຄືນເອກະສານຂອງຜູ້ຮ້ອງຂໍທີ່ໄດ້ສະໜອງໃຫ້, ແລະຄັດເລືອກເອົາຜູ້ສະໝັກທີ່ມີເງື່ອນໄຂດີເຂົ້າຮຽນ.
2.ວິທະຍາໄລ ຫົງເຮີ ຈະສົ່ງໃບແຈ້ງການຮັບເຂົ້າຮຽນ ແລະ ເອກະ ສານທີ່ກ່ຽວຂ້ອງໃຫ້ນັກສຶກສາທີ່ໄດ້ຮັບເຂົ້າຮຽນກ່ອນເດືອນ ກັນຍາ 2024.
3.ຕາມຫຼັກການແລ້ວ, ນັກສຶກສາທີ່ໄດ້ຮັບການເຂົ້າຮຽນ ຈະບໍ່ໄດ້ຮັບອະນຸຍາດໃຫ້ປ່ຽນຫຼັກສູດການສຶກສາ ແລະ ໄລຍະເວລາຂອງ ການສຶກສາ.
Ⅹ. ການລົງທະບຽນເຂົ້າຮຽນ
1.ເວລາລົງທະບຽນ ແລະ ຄວາທຕ້ອງການແມ່ນຂື້ນກັບໃບແຈ້ງການຮັບເຂົ້າຮຽນ. ນັກສຶກສາໃໝ່ຄວນສະໜອງເອກະສານຕົ້ນສະບັບຂອງການຮ້ອງຂໍທັງໝົດ ທີ່ໄດ້ກ່າວມາຂ້າງເທິງ ເມື່ອລົງທະບຽນ. ຜູ້ທີ່ບໍ່ສາມາດສະໜອງເອກະສານຕົ້ນສະບັບແທ້ຈິງ ຈະຖືກຍົກເລິກສິດການເຂົ້າຮຽນ.
2.ຖ້າຫາກບໍ່ສາມາດລົງທະບຽນໄດ້ຕາມເວລາທີ່ໄດ້ກຳນັດໄວ້ເນື່ອງຈາກມີເຫດຜົນພິເສດ, ທ່ານຕ້ອງໄດ້ສະເໜີນຳໂຮງຮຽນຂອງພວກເຮົາລ່ວງໜ້າເປັນລາຍລັກອັກສອນ ເເລະ ສາມາດເລື່ອນການລົງທະບຽນໄດ້ພາຍຫຼັງໄດ້ຮັບການອະນຸມັດ; ຜູ້ທີ່ມາລົງທະບຽນບໍ່ທັນເວລາ ໂດຍບໍ່ໄດ້ຮັບການອະນຸມັດ ຈະຖືກຍົກເລິກສິດການເຂົ້າຮຽນ.
Ⅺ. ວິທີຕິດຕໍ່:
1.ໂທລະສັບ (ແຟັກ): 0086-873-3694397
2.ອິແມວ: 3103891441@qq.com ຫຼື hvh@uoh.edu.cn.
3.ທີ່ຢູ່: ຫ້ອງB102, ສູນກິດຈະກຳນັກສຶກສາ, ວິທະຍາໄລຫົງເຮີ,ເມືອງເໝີງຈື, ກິ່ງແຂວງຫົງເຮີ, ແຂວງຢຸນນານ(ຫ້ອງການຄຸ້ມຄອງນັກສຶກສາຕ່າງປະເທດ,ພະແນກການຮ່ວມມືແລະການ
ແລກປ່ຽນຕ່າງປະເທດ.
ສິດອະທິບາຍຂອງຂໍ້ກໍານົດສະບັບນີ້ຂື້ນກັບພະແນກການຮ່ວມມືແລະການແລກປ່ຽນຕ່າງປະເທດ ວິທະຍາໄລຫົງເຮີ.
ເອກະສານຊ້ອນທ້າຍ:1.ລາຍການຮັບນັກສຶກສາຂອງວິທະຍາໄລຫົງເຮີປີ2024-2025
2.ໃບກວດສຸຂະພາບຄົນຕ່າງປະເທດ(ແບບຟອມ)
ເອກະສານຊ້ອນທ້າຍ:1.ລາຍການຮັບນັກສຶກສາຂອງວິທະຍາໄລຫົງເຮີປີ2024-2025
ເລກລຳ ດັບ |
ວິຊາສະເພາະທີ່ຈະຮັບ |
ຈຳນວນນັກສຶກສາທີ່ຈະຮັບຕາມແຜນການ |
ວິທະຍາໄລ |
ໝາຍເຫດ |
1 |
ເສດຖະກິດ ແລະ ການຄ້າ ສາກົນ |
40 |
ວິທະຍາຄານທຸລະກິດ (ສະຖາບັນເສດຖະກິດດີຈີຕອນ ແລະ ອຸດສາຫະກຳ) |
ນັກສຶກສາທີ່ຮຽນ 4 ປີຈໍາເປັນຕ້ອງໄດ້ລວມຢູ່ໃນຫ້ອງຮຽນບໍລິຫານ,ເພື່ອການຝຶກອົບຮົມຄວາສາມາດສອດຄ່ອງກັບນັກຮຽຕ່າງປະເທດ.ຈໍານວນຜູ້ສະໝັກລົງທະບຽນຖ້າຫາກ ຕ່ຳກວ່າ15ຄົນ,ແຜນຮັບສຳລັບວິຊາສະເພາະນີ້ຈະຖືກຍົກເລິກ.ຜູ້ຂໍລົງທະບຽນຈະສາມາດເລືອກວິຊາສະເພາະອື່ນໄດ້ຕາມສະພາບຕົວຈິງ. |
2 |
ການບໍລິຫານໂຮງແຮມ |
40 |
3 |
ການບໍລິຫານໂລຈິກສະກິດ |
40 |
4 |
ການຄ້າອິເລັກໂຕຮນິກຂ້າມຊາຍແດນ |
40 |
5 |
ການສຶກສາສາກົນພາສາຈີນ |
30 |
ວິທະຍາຄານມະນຸດສາດ |
6 |
ວິທະຍາສາດ ແລະ ເຕັກໂນ ໂລຢີຄອມພິວເຕີ້ |
5 |
ວິທະຍາຄານວິສະວະກຳສາດ (ສະຖາບັນອຸດສາ ຫະກຳປັນຍາປະດິດ) |
7 |
ວິສະວະກຳໄຟຟ້າ ແລະ ແບບອັດຕະໂນມັດ |
5 |
8 |
ດົນຕີວິທະຍາ |
10 |
ວິທະຍາຄານດົນຕີ ແລະ ເຕັ້ນລຳ |
9 |
ເຕັ້ນລຳວິທະຍາ |
10 |
10 |
ການສະແດງເຕັ້ນລຳ |
15 |
11 |
ສິລະປະຫັດຖະກຳ |
5 |
ວິທະຍາຄານສິລະປະ (ວິທະຍາຄານງານດິນແໜວແດງ) |
12 |
ຮູບແຕ້ມ |
2 |
13 |
ອິນເຕີເນັດແລະສື່ມວນສົ່ນໃໝ່ |
30 |
ວິທະຍາຄານນັກຂ່າວ ແລະ ສື່ມວນຊົນ |
ລວມທັງໝດ |
272 |
|
|