国际学生招生

INTERNATIONAL ADMISSIONS

国际学生招生

INTERNATIONAL ADMISSIONS

招生信息 Admissions

当前位置是: 首页 -> 国际学生招生 -> 招生信息 -> 正文

ຂໍ້ກຳນົດການຮັບສະໝັກນັກສຶກສາຕ່າງປະເທດຂອງວິທະຍາໄລຫົງເຮີພາກຮຽນລະດູໃບໄມ້ຫຼົ່ນ ສົກຮຽນ ປີ2025-2026

作者: 发布时间: 2025-05-14 浏览次数:

ຂໍ້ກຳນົດການຮັບສະໝັກນັກສຶກສາຕ່າງປະເທດຂອງວິທະຍາໄລຫົງເຮີພາກຮຽນລະດູໃບໄມ້ຫຼົ່ນ ສົກຮຽນ ປີ2025-2026


.ປະເພດການຮັບສະໝັກນັກຮຽນ

      ນັກສຶກສາທີ່ມີວຸດທິການສຶກສາ(ນັກສຶກສາປະລິຍາຕີແບບຕະຫຼອດມື້),ນັກສຶກສາກຽມອຸດົມພາສາຈີນ,ນັກສຶກສາໄລຍະສັ້ນທີ່ບໍ່ມີວຸດທິການສຶກສາ

. ຄງຮ່າງລະບົບການສຶກສາ

      (ໜຶ່ງ) ນັກສຶກສາທີ່ມີວຸດທິການສຶກສາ:ລະບົບການສຶກສາເປັນມາດຖານ 4 ປີ

(ສອງ) ນັກສຶກສາກຽມອຸດົມພາສາຈີນ:ລະບົບການສຶກສາເປັນມາດຖານ 1 ປີ

(ສາມ) ນັກສຶກສາໄລຍະສັ້ນທີ່ບໍ່ມີວຸດທິການສຶກສາ:1ພາກຮຽນຫຼື1ສົກປີຮຽນ

. ວິຊາສະເພາະທີ່ໄດ້ຮັບ

      ວິຊາສະເພາະສຳລັບການຮັບສະໝັກນັກສຶກສາຊັ້ນປະລິນຍາຕີລາຍລະອຽດຄືຕາມເອກະສານຊ້ອນທ້າຍ1.

. ເງື່ອນໄຂການລົງທະບຽນ

(ໜຶ່ງ) ເງື່ອນໄຂພື້ນຖານ

      1.ພົນລະເມືອງທີ່ບໍ່ແມ່ນຄົນຈີນແລະຖືໜັງສືຜ່ານແດນຕ່າງປະເທດທີ່ຍັງບໍ່ໝົດອາຍຸ, ມີສຸຂະພາບແຂງແຮງ, ມີບຸກຄະລິກກະພາບທີ່ດີ ແລະ ບໍ່ມີ ປະຫວັດທາງຄະດີອາຍາ.

      2.ປະຕິບັດຕາມກົດໝາຍ ແລະ ກົດລະບຽບຂອງປະເທດຈີນ, ກົດລະບຽບ ຂອງໂຮງຮຽນ, ເຄົາລົບຮີດຄອງປະເພນີຂອງປະຊາຊົນຈີນ.

      3.ສະຖານະພາບສຸຂະພາບຮ່າງກາຍຄວນເປັນໄປຕາມ ມາດຕະຖານ ການກວດສຸຂະພາບສຳລັບນັກສຶກສາຕ່າງປະເທດທີີ່ມາຮຽນໃນປະເທດຈີນທີ່ໄດ້ປະກາດຈາກກະຊວງສຶກສາທິການ ຂອງສາທາລະນະລັດ ປະຊາຊົນ ຈີນ.

      4.ຊ່ວງອາຍຸ:ນັກສຶກສາປະລິຍາຕີ:ອາຍຸ18-35ປີ;ນັກສຶກສາກຽມອຸດົມພາສາຈີນ:18-35 ປີ;ນັກສຶກສາໃນໄລຍະສັ້ນທີ່ບໍ່ມີວຸດທິການສຶກສາ: ອາຍຸ18-55 ປີ

      5.ຈົບການສຶກສາມັດທະຍົມຕອນປາຍ ຫຼື ທຽບເທົ່າ ແລະມີໃບຢັ້ງຢືນທີ່ກ່ຽວຂ້ອງ.

(ສອງ) ເງື່ອນໄຂການເຂົ້າຮຽນ

    ນັກສຶກສາເປັນວຸດທິການສຶກສາ: ຕ້ອງມີໃບຢັ້ງຢືນ HSK ລະດັບ 4 ເມື່ອລົງທະບຽນເຂົ້າຮຽນ ເເລະ ນັກສຶກສາຍັງຈຳເປັນຕ້ອງ ສອບເສັງເຂົ້າຮຽນ ທີ່ໄດ້ຈັດຕັ້ງໂດຍວິທະຍາໄລຂອງນັກສຶກສາທີ່ໄດ້ສະໝັກໄວ້ ໃນວິຊານັ້ນ.

    ນັກສຶກສາກຽມອຸດົມ:

      1. ຫຼັງຈາກຮຽນໃນຫຼັກສູດການກຽມພາສາຈີນແລ້ວ, ຜ່ານການສອບເສັງ HSK ລະດັບ 4,ແລະຜ່ານການສອບເສັງເຂົ້າຮຽນວິຊາສະເພາະທີ່ທ່ານໄດ້ສະໝັກ, ທ່ານສາມາດ ເຂົ້າຮຽນລະດັບປະລິນຍາຕີໄດ້;

      2.ນັກສຶກສາຜູ້ທີ່ມີເງື່ອນໄຂເຂົ້າຮຽນໃນລະດັບປະລິນຍາຕີ,ແຕ່ສະໝັກຮ້ອງຂໍເຂົ້າຮຽນຫຼັກສູດສໍາລັບກຽມພາສາຈີນ.

. ວິທີ ແລະ ເອກະສານການລົງທະບຽນ

(ໜຶ່ງ) ວິທີການລົງທະບຽນ

       ການລົງທະບຽນແບບອອນໄລນ໊:

       ຜູ້ສະເໜີເຂົ້າສູ່“ລະບົບຄຸ້ມຄອງການເປີດປະຕູສູ່ພາຍນອກທາງດ້ານການສຶກສາຂອງວິທະຍາໄລຫົງເຮີ”(http://jydwkf.uoh.edu.cn/openRegister/)ເພື່ອດຳເນີນຈົດທະບຽນ,ປ້ອນຂໍ້ມູນສະເໜີແບບອອນໄລນ໊ ແລະ ອັບເດດເອກະສານສະເໜີແລ້ວກຳນົດການຍື່ນໜັງສືສະເໜີ(ສະເໜີນຳໃຊ້ອິນເຕີເນັດໂບຼສGoogle),ສຳລັບຂະບວນການລາຍລະອຽດແມ່ນກະລຸນາຕາມໜ້າທຳອິດຂອງເວບໄຊ ດາວໂຫຼດ“ຄູ່ມືການນຳໃຊ້ລະບົບນັກສຶກສາສາກົນ(INTERNATIONAL STUDENT APPLICATION GUIDE)”.ຂໍໃຫ້ຂຽນຂໍ້ມູນໃສ່ ດ້ວຍພາສາຈີນຫຼືພາສາອັງກິດຕາມຂໍ້ກຳນົດລະບົບ,ເອກະສານທີ່ອັບເດດນັ້ນຈຳເປັນຊັດເຈນ,ເປັນຄວາມຈິງ ແລະ ມີຜົນ.ຂໍໃຫ້ຜູ້ສະເໜີນຳໃຊ້ອຸປະກອນສະເພາະ ສະແກນເອກະສານກ່ຽວຂ້ອງ.ຜູ້ສະເໜີຄວນຮັບຜິດຊອບຜົນທາງລົບທີ່ເກີດຂຶ້ນເນື່ອງຈາກເອກະສານທີ່ອັບເດດນັ້ນບໍ່ຈັດແຈ້ງຫຼືບໍ່ສາມາດຈຳແນກໄດ້.

     ★ຂໍ້ທີ່ຕ້ອງຮູ້:ເມື່ອຂໍສະເໜີແບບອອນໄລນ໊,ຈຳເປັນຮັບປະກັນຂຽນໃສ່ຊື່ແລະນາມສະກຸນ,ເລກໜັງສືຜ່ານແດນ,ວັນເດືອນປີເກີດທີ່ຖືກຕ້ອງກັນກັບຂໍ້ມູນຕາມໜັງສືຜ່ານແດນ,ອິເມວ,ສະຖານທີ່ຕິດຕໍ່ພົວພັນທີ່ຮັບ“ໃບແຈ້ງການຮັບເຂົ້າຮຽນ”ຈຳເປັນຖືກຕ້ອງ,ຖ້າບໍ່ດັ່ງນັ້ນຈະບໍ່ສາມາດຮັບໄດ້“ແບບຟອມຮັບຮອງນັກສຶກສາຕ່າງປະເທດທີ່ເຂົ້າມາປະເທດຈີນ”(ແບບຟອມ JW202)ສະບັບອິເລັກໂຕຣນິກ ແລະ “ໃບແຈ້ງການຮັບເຂົ້າຮຽນ”.

(ສອງ) ເອກະສານລົງທະບຽນ

      1.“ແບບຟອມຮ້ອງຂໍເຂົ້າຮຽນດ້ານນັກສຶກສາສາກົນຂອງວິທະຍາໄລຫົງເຮີ”(ກະລຸນາຂຽນຂໍ້ມູນເປັນພາສາຈີນຫຼືພາສາອັງກິດ ເເລ້ວສົ່ງເອກະສານແບບ Excel ແລະ ສຳເນົາສະເເກນສະບັບທີ່ໄດ້ລົງລາເຊັນ);

2.ໜ້າຂໍ້ມູນສ່ວນຕົວ ຂອງໜັງສືຜ່ານແດນ (ໜັງສືຜ່ານແດນທ່ີ່ມີອາຍຸຫຼາຍກວ່າໜຶ່ງປີຂື້ນໄປ), ສໍາເນົາສະແກນໜ້້າວີຊາທີ່ໄດ້ນໍາໃຊ້ໃນຫຼ້າສຸດ ແລະໜ້າປະທັບກາຄົນເຂົ້າ-ອອກເມືອງ;

3.ຮູບຖ່າຍເອເລັກໂຕຣນິກທີ່ບໍ່ໃສ່ໝວກ (ຮູບຖ່າຍມີສີທີ່ບໍ່ໃສ່ໝວກຕິດບັດຂະໜາດ 2 ນິ້ວ, ພື້ນຫຼັງສີຂາວໂດຍບໍ່ມີຂອບ,ພາກຫົວກວມຂະໜາດ2/3ຂອງຮູບຖ່າຍ,ຂະໜາດຂອງຮູບຖ່າຍບໍ່ໃຫ້ຕໍ່າກວ່າ 320 * 240 ພິກເຊລ,ອັດຕາສ່ວນຄວາມສູງກັບກວ້າງເເມ່ນ 4:3, ຂະໜາດ 100-200KB, ຮູບແບບJPG);

4.ໃບປະກາດຈົບຊັ້ນມັດທະຍົມຕອນປາຍ, ນັກຮຽນຈົບໃໝ່ທີ່ຍັງ ບໍ່ທັນໄດ້ຮັບໃບປະກາດ ເເມ່ນໃຫ້ນໍາເອົາໃບຢັ້ງຢືນການຈົບຊັ້ນທີ່ອອກໂດຍໂຮງຮຽນທີ່ໄດ້ສຶກສາຢູ່່(ຈໍາເປັນຕ້ອງໄດ້ດຳເນີນທະບຽນສານ ແລະ ຄັດຕິດມາພ້ອມເອກະສານທີ່ໄດ້ແປເປັນພາສາຈີນ ຫຼື ອັງກິດ);

5.ຄະແນນສອບເສັງຊັ້ນມັດທະຍົມຕອນປາຍ ແລະ ຄະແນນສອບເສັງການຈົບຮຽນ (ຈໍາເປັນຕ້ອງໄດ້ດຳເນີນທະບຽນສານ ແລະ ຄັດຕິດມາພ້ອມເອກະສານທີ່ໄດ້ແປເປັນພາສາຈີນ ຫຼື ອັງກິດ);

6.ໃບຄະແນນHSKລະດັບ 4 (ຜູ້ທີ່ສະເໜີລະດັບຊັ້ນປະລິມາຕີຈະຕ້ອງສະໜອງໃຫ້)

7.ໃບຢັ້ງຢືນບໍ່ເຄີຍຕ້ອງໂທດເຊິ່ງໃບແຈ້ງໂທດພາຍໃນ6ເດືອນທີ່ຜ່ານມານີ້(ຈໍາເປັນຕ້ອງໄດ້ດຳເນີນທະບຽນສານ ແລະ ຄັດຕິດມາພ້ອມເອກະສານທີ່ໄດ້ແປເປັນພາສາຈີນ ຫຼື ອັງກິດ);

8.ໃບຢັ້ງຢືນການຄໍ້າປະກັນດ້ານເສດຖະກິດຂອງຄອບຄົວ(ຈໍາເປັນຕ້ອງໄດ້ດຳເນີນທະບຽນສານ ແລະ ຄັດຕິດມາພ້ອມເອກະສານທີ່ໄດ້ແປເປັນພາສາຈີນ ຫຼື ອັງກິດ);

9.“ໃບກວດສຸຂະພາບຄົນຕ່າງປະເທດ”(ຄືຕາມເອກະສານຊ້ອນທ້າຍ2) ແລະ ສະບັບສະແກນສຳລັບບົດລາຍງານຜົນກວດເລືອດພາຍໃນ6ເດືອນທີ່ຜ່ານມານີ້.

. ມາດຖານຂອງຄ່າໃຊ້້ຈ່່າຍ

      1. ຄ່າຮຽນ: 8400 ຢວນ/ປີການສຶກສາ

2.ຄ່າຢູ່ຄ່າພັກ: 800ຢວນ/ປີການສຶກສາ

3.ຄ່າທຳນຽມຕ່າງໆທີ່ກ່ຽວຂ້ອງ: ຄ່າປະກັນໄພແມ່ນ 435 ຢວນ/ປີ, ຄ່າ ກວດສຸຂະພາບແມ່ນ 233 ຢວນ/ຄັ້ງ, ຄ່າທຳນຽມໃບອະນຸຍາດພັກເຊົາແມ່ນ 400 ຢວນ/ປີ (ໝາຍເຫດ: ເມື່ອຜູ້ສະເໜີມາຮອດໂຮງຮຽນຕ້ອງຈ່າຍຄ່າໃຫ້ພະແນກທີ່ກ່ຽວຂ້ອງ ຕາມມາດຕະຖານຄ່າໃຊ້ຈ່າຍທີ່ອອກໂດຍພາກລັດກ່ຽວຂ້ອງ ແລະ ປະຕິບັດໃນປັດຈຸບັນນີ້,ສຳລັບຈຳນວນເງິນຕົວຈິງຈະໂດຍຈຳນວນຕົວຈິງທີ່ພາກສ່ວນກ່ຽວຂ້ອງເກັບເອົານັ້ນເປັນຫຼັກ) .

. ທຶນເຫຼົ່າຮຽນ

(ໜຶ່ງ) ທຶນເຫຼົ່າຮຽນລະດັບຊັ້ນວິທະຍາໄລຫົງເຮີ

1. ປະເພດທຶນເຫຼົ່າຮຽນ

(1) ທຶນເຫຼົ່າຮຽນສຳລັບນັກສຶກສາທີ່ຮັບສະໝັກໃໝ່

      ນັກສຶກສາລະດັບປະລິນຍາຕີ ແລະ ກຽມອຸດົມພາສາຈີນແມ່ນ ຈະສາມາດຮັບໄດ້ທຶນເຫຼົ່າຮຽນ ເຄິ່ງໜຶ່ງ (ຍົກເວັ້ນຄ່າຮຽນເຄິ່ງໜຶ່ງ).

ເປົ້າໝາຍຮັບສະໝັກນັກສຶກສາ:

      ນັກສຶກສາປະລິຍາຕີ:ນັກຮຽນຕ່າງປະເທດທີ່ມີຄະແນນດີ ແລະ ຄຸນສົມບັດດີເລີດໃນໂຮງຮຽນຊັ້ນມັດທະຍົມປາຍ (ຫຼືມີວຸດທິການສຶກສາເທົ່າທຽມກັນ), ມີໃບຢັ້ງຢືນHSKລະດັບ4, ບໍ່ເຄີຍຕ້ອງໂທດໃນໄລຍະຜ່ານມາ,ສຳລັບຜູ້ທີ່ສາມາດເຂົ້າຮຽນວິຊາຊີບໂດຍກົງໄດ້ ຫຼັງຈາກສອບເສັງເຂົ້າຮຽນ.

ນັກສຶກສາກຽມອຸດົມ:

      + ນັກຮຽນຕ່າງປະເທດທີ່ມີຄະແນນດີເລີດໃນໂຮງຮຽນຊັ້ນມັດທະຍົມປາຍ (ຫຼືມີວຸດທິການສຶກສາເທົ່າທຽມກັນ), ບໍ່ເຄີຍຕ້ອງໂທດ, ມີຜົນຮຽນແລະຄຸນສົມບັດດີເລີດ ແຕ່ທັກສະດ້ານພາສາບໍ່ໄດ້ບັນລຸມາດຕະຖານຂອງການເຂົ້າຮຽນວິຊາຊີບ .

+ ນັກສຶກສາ ເປັນຜູ້ທີ່ມີເງື່ອນໄຂເຂົ້າຮຽນໃນລະດັບປະລິນຍາຕີ, ແຕ່ສະໝັກ ໃຈ ຮ້ອງຂໍເຂົ້າຮຽນໃນຫຼັກສູດກຽມອຸດົມພາສາຈີນ.

     ໄລຍະເວລາທຶນເຫຼົ່າຮຽນ:

     ນັກສຶກສາກຽມອຸດົມແລະນັກສຶກສາປະລິຍາຕີສາມາດຂໍ“ທຶນເຫຼົ່າຮຽນສຳລັບຮັບສະໝັກນັກສຶກສາໃໝ່”ພາຍໃນໄລຍະປີທຳອິດ,ຊື່ງນັກສຶກສາກຽມອຸດົມແລະນັກສຶກສາປະລິຍາຕີສາມາດຮັບໄດ້ທຶນເຫຼົ່າຮຽນສຳລັບຮັບສະໝັກນັກສຶກສາໃໝ່ໃນໄລຍະເວລາດົນສຸດເປັນ1ປີ,ໄລຍະກຳນົດໝົດອາຍຸແລ້ວທຶນເຫຼົ່າຮຽນນີ້ຈະປ່ຽນເປັນຄ່າຮຽນດ້ວຍອັດຕະໂນມັດ.

      ກໍລະນີຖ້ານັກສຶກສາກຽມອຸດົມຮຽນກາຍໄລຍະກຳນົດ1ປີແຕ່ລະດັບພາສາຈີນບໍ່ໄດ້ມາດຕະຖານ ຈະປ່ຽນເປັນນັກສຶກສາທີ່ຈ່າຍຄ່າຮຽນດ້ວຍຕົນເອງ,ນັກສຶກສາສາມາດສືບຕໍ່ຮຽນໄດ້ພຽງແຕ່ພາຍຫຼັງຈ່າຍຄ່າຮຽນຕາມມາດຖານຊັ້ນກຽມພາສາຈີນຂອງໂຮງຮຽນໃນປີນັ້ນ(ປະຈຸບັນ8400ຢວນ/ປີ/ຄົນ) ຈົນຮອດລະດັບພາສາຈີນຈະບັນລຸມາດຕະຖານດ້ານວິຊາຊີບ.

(2) ທຶນເຫຼົ່າຮຽນປະຈຳສົກປີ

     ນັກສຶກສາກຽມອຸດົມ ແລະ ນັກສຶກສາປະລິຍາຕີພາຍຫຼັງທີ່ໄດ້ເຂົ້າຮຽນແລ້ວຮຽນສຳເລັດເວລາ1ປີ,ຈະປ່ຽນເປັນນັກສຶກສາຈ່າຍຄ່າຮຽນດ້ວຍຕົນເອງນັບແຕ່ປີທີ່ສອງເປັນຕົ້ນໄປ,ອີງຕາມສະພາບຕົວຈິງຕົນເອງສາມາດຂໍທຶນເຫຼົ່າຮຽນສົກປີໄດ້ດ້ວຍສະໝັກໃຈ,ແລະເຂົ້າຮ່ວມກາຍປະເມີນ“ທຶນເຫຼົ່າຮຽນສົກປີ”ພາຍໃນທົ່ວວິທະຍາໄລ,ຈະໂດຍວິທະຍາໄລສະເໜີຜູ້ດີເລີດເຊິ່ງປະເມີນຄະແນນສອບເສັງ,ລະດັບ ແລະ ປະກາດ

      ໄລຍະເວລາທຶນເຫຼົ່າຮຽນ:

      ແຕ່ລະປີການສຶກສາຈະປະເມີນ1ຄັ້ງ,ນັກສຶກສາທີ່ຮຽນຊັ້ນກຽມແລ້ວຍົກເຂົ້າຊັ້ນມັດທະຍົມປາຍຢູ່ວິທະຍາໄລເຮົານັ້ນຈະສາມາດເຂົ້າຮ່ວມການປະເມີນໄດ້4ຄັ້ງ,ສຳລັບນັກສຶກສາປະລິຍາຕີອື່ນໆຈະສາມາດເຂົ້າຮ່ວມການປະເມີນໄດ້ຫຼາຍສຸດ3ຄັ້ງ,ສ່ວນນັກສຶກສາທີ່ຮຽນຈົບລະບົບການສຶກສາ4ປີແລ້ວ ຍັງສືບຕໍ່ຮຽນນັ້ນຈະບໍ່ມີຄຸນວຸດທິເຂົ້າຮ່ວມການປະເມີນ.

(ສອງ) ທຶນເຫຼົ່າຮຽນອື່ນ

ວິທະຍາໄລຫົງເຮີຈະ ສະໜອງທຶນເຫຼົ່າຮຽນ ປະເພດອື່ນໆ,ລວມທັງ“ທຶນເຫຼົ່າຮຽນຂອງອຳນາດການປົກຄອງເເຂວງຢຸນນານສໍາລັບນັກສຶກສາຕ່າງປະເທດ”,“ທຶນເຫຼົ່າຮຽນຄູອາຈານສອນພາສາຈີນສາກົນ”ເເລະ ທຶນຊ່ວຍຮຽນທີ່ສັງຄົມມອບດ້ວຍແຫຼ່ງອື່ນໆ(ຂອບເຂດ,ເປົ້າໝາຍເເລະ ຮູບແບບຂອງທຶນເຫຼົ່າຮຽນຕ່າງໆລາຍລະອຽດ ຈະຖືກກໍານົດຕາມສະຖານະການຕົວຈິງຂອງປີນັ້ນຫຼັງຈາກນັກສຶກສາໄດ້ລົງທະບຽນເຂົ້າຮຽນ).

.ເວລາເປີດໃຊ້ລະບົບການຮ້ອງຂໍແບບອອນໄລນ໊

     ໄລຍະວັນທີ 9 ມິຖຸນາ 2025 ຫາ ວັນທີ 4 ກໍລະກົດ 2025(ໄລຍະຕອນນີ້ລວມທັງເວລາເພີ່ມຕື່ມເອກະສານ ແລະ ດັດແກ້ຂໍ້ມູນ,ກໍລະນີບໍ່ໄດ້ຍື່ນເອກະສານເປັນມາດຖານພາຍໃນເວລາກຳນົດຈະບໍ່ດຳເນີນກວດກາຄືນຄຸນວຸດທິ).

. ການຮັບເຂົ້າຮຽນ ແລະ ແຈ້ງການ

      1.ວິທະຍາໄລຫົງເຮີຈະກວດກາຄືນເອກະສານຂອງຜູ້ຮ້ອງຂໍທີ່ໄດ້ສະໜອງໃຫ້(ຖ້າຫາກຕ້ອງການສອບເສັງແບບສຳພາດ,ຈະແຈ້ງການຕ່າງຫາກ),ແລະຄັດເລືອກເອົາຜູ້ສະໝັກທີ່ມີເງື່ອນໄຂດີເຂົ້າຮຽນ.ຜູ້ສະເໜີຈະສາມາດເຂົ້າສູ່“ລະບົບຄຸ້ມຄອງການເປີດປະຕູສູ່ພາຍນອກທາງດ້ານການສຶກສາຂອງວິທະຍາໄລຫົງເຮີ”(http://jydw

kf.uoh.edu.cn/openRegister/)ໃນເວລາຕົ້ນເດືອນ 8 ເພື່ອດຳເນີນກວດກາຜົນສະພາບຮັບເຂົ້າຮຽນ,ແຕ່ຜົນການຮັບເຂົ້າຮຽນສຸດທ້າຍຈະໂດຍຕາມ“ໃບແຈ້ງການຮັບເຂົ້າຮຽນ”ເປັນຫຼັກ.

      2.ວິທະຍາໄລ ຫົງເຮີ ຈະສົ່ງ ໃບແຈ້ງການຮັບເຂົ້າຮຽນ ແລະ ເອກະສານທີ່ກ່ຽວຂ້ອງໃຫ້ນັກສຶກສາທີ່ໄດ້ຮັບເຂົ້າຮຽນກ່ອນເດືອນ ກັນຍາ 2025.

      3.ໂດຍທົ່ວໄປແລ້ວ,ນັກສຶກສາທີ່ໄດ້ຮັບການເຂົ້າຮຽນ ຈະບໍ່ໄດ້ຮັບອະນຸຍາດໃຫ້ປ່ຽນຫຼັກສູດການສຶກສາ ແລະ ໄລຍະເວລາຂອງ ການສຶກສາ.

. ການລົງທະບຽນເຂົ້າຮຽນ

      1.ເວລາລົງທະບຽນ ແລະ ຄວາທຕ້ອງການແມ່ນຂື້ນກັບໃບແຈ້ງການຮັບເຂົ້າຮຽນ. ນັກສຶກສາໃໝ່ຄວນສະໜອງເອກະສານຕົ້ນສະບັບຂອງການຮ້ອງຂໍທັງໝົດ ທີ່ໄດ້ກ່າວມາຂ້າງເທິງ ເມື່ອລົງທະບຽນ. ຜູ້ທີ່ບໍ່ສາມາດສະໜອງເອກະສານຕົ້ນສະບັບແທ້ຈິງ ຈະຖືກຍົກເລິກສິດການເຂົ້າຮຽນ.

       2.ຖ້າຫາກບໍ່ສາມາດລົງທະບຽນໄດ້ຕາມເວລາທີ່ໄດ້ກຳນັດໄວ້ເນື່ອງຈາກມີເຫດຜົນພິເສດ, ທ່ານຕ້ອງໄດ້ສະເໜີນຳໂຮງຮຽນຂອງພວກເຮົາລ່ວງໜ້າເປັນລາຍລັກອັກສອນ ເເລະ ສາມາດເລື່ອນການລົງທະບຽນໄດ້ພາຍຫຼັງໄດ້ຮັບການອະນຸມັດ; ຜູ້ທີ່ມາລົງທະບຽນບໍ່ທັນເວລາ ໂດຍບໍ່ໄດ້ຮັບການອະນຸມັດ ຈະຖືກຍົກເລິກສິດການເຂົ້າຮຽນ.

. ວິທີຕິດຕໍ່:

1.ໂທລະສັບ (ແຟັກ): 0086-873-3694397

2.ອິເມວ: 3103891441@qq.com

3.ທີ່ຢູ່: ຫ້ອງB102, ສູນກິດຈະກຳນັກສຶກສາ, ວິທະຍາໄລຫົງເຮີ,ເມືອງເໝີງຈື, ກິ່ງແຂວງຫົງເຮີ,ແຂວງຢຸນນານ(ຫ້ອງການຄຸ້ມຄອງນັກສຶກສາຕ່າງປະເທດ,ພະແນກການຮ່ວມມືແລະການ

ແລກປ່ຽນຕ່າງປະເທດ).

      ສິດອະທິບາຍຂອງຂໍ້ກໍານົດສະບັບນີ້ຂື້ນກັບພະແນກການຮ່ວມມືແລະການແລກປ່ຽນຕ່າງປະເທດ ວິທະຍາໄລຫົງເຮີ.


ເອກະສານຊ້ອນທ້າຍທີ່ຂັດຕິດມາພ້ອມ:

      1.ບັນຊີລາຍການຮັບສະໝັກນັກສຶກສາສາກົນຂອງວິທະຍາໄລຫົງເຮີສົກປີ2025-2026

      2.ໃບກວດສຸຂະພາບຄົນຕ່າງປະເທດ(ແບບຟອມ)


ເອກະສານຊ້ອນທ້າຍ1:

ບັນຊີລາຍການຮັບນັກສຶກສາສາກົນຂອງວິທະຍາໄລຫົງເຮີສົກປີ2025-2026

ລຳດັບ

ວິຊາສະເພາະທີ່ຈະຮັບຕາມແຜນການ

ລະດັບຊັ້ນທີ່ຈະຮັບຕາມແຜນການ

ຈຳນວນນັກສຶກສາທີ່ຈະຮັບຕາມແຜນການ

ວິທະຍາຄານທີ່ຂຶ້ນກັບ

1

ການສຶກສາສາກົນພາສາຈີນ

ປະລິຍາຕີ

30ຄົນ

ວິທະຍາຄານມະນຸດສາດ

2

ອິນເຕີເນັດແລະສື່ມວນສົ່ນໃໝ່

ປະລິຍາຕີ

30ຄົນ

ວິທະຍາຄານນັກຂ່າວ ແລະ ສື່ມວນຊົນ

3


ກະເສດຕະສາດ

ປະລິຍາຕີ

30ຄົນ

ວິທະຍາຄານຊີວະສາດ ແລະ ກະເສດຕະສາດ


4

ດົນຕີວິທະຍາ

ປະລິຍາຕີ

10ຄົນ

ວິທະຍາຄານດົນຕີ ແລະ ເຕັ້ນລຳ

5

ເຕັ້ນລຳວິທະຍາ

ປະລິຍາຕີ

10ຄົນ

6

ການສະແດງສິນລະປະເຕັ້ນລຳ

ປະລິຍາຕີ

10ຄົນ

ລວມທັງໝົດ

120ຄົນ


一审:白 乐

二审:彭 杰

三审:黄 薇