Ⅰ. ປະເພດການຮັບນັກຮຽນເຂົ້າຮຽນ
ນັກສຶກສາໃນລະດັບປະລິນຍາຕີ ( ນັກສຶກສາປະລິຍາຕີແບບຕະຫຼອດມື້ ), ນັກສຶກສາກຽມພາສາຈີນ, ນັກສຶກສາໃນໄລຍະສັ້ນທີ່ບໍ່ເເມ່ນລະດັບປະລິນ
ຍາຕີສັ້ນ
Ⅱ. ລະບົບການສຶກສາ
(ກ) ນັກສຶກສາໃນລະດັບປະລິນຍາຕີ: ລະບົບການສຶກສາມາດຕະ
ຖານ 4 ປີ
(ຂ) ນັກສຶກສາກຽມພາສາຈີນ: 1 ປີ
(ຄ) ນັກສຶກສາທີ່ບໍ່ເເມ່ນລະດັບປະລິນຍາຕີ:
1. ທຶນຊ່ວຍການສຶກສາຈາກລັດຖະບານແຂວງຢຸນນານສຳລັບນັກສຶກສາຕ່າງປະເທດຜູ້ທີ່ມາພື້ນຖານກ່ອນເຂົ້າມາຮຽນ ໜຶ່ງປີ
2. ທຶນຊ່ວຍການສຶກສາສຳລັບຄູສອນນພາສາຈີນສາກົນທີ່ມາຄົ້ນ
ຄ້ວາສຶກສາໜຶ່ງສົກຮຽນ ແລະໜຶ່ງພາກຮຽນ
Ⅲ. ວິຊາສະເພາະທີ່ໄດ້ຮັບ
ກະລຸນາເບິ່ງເອກະສານຕິດຄັດ 1 ສຳລັບລາຍລະອຽດກ່ຽວກັບຫຼັກສູດ
ການເຂົ້າຮຽນລະດັບປະລິນຍາຕີ, ທຶນຊ່ວຍການສຶກສາຂອງຄູສອນພາ
ສາຈີນສາກົນສຳລັບນັກສຶກສາຝຶກອົບຮົມໜຶ່ງສົກຮຽນ, ຫຼັກສູດການເຂົ້າ
ຮຽນຂອງນັກສຶກສາຝຶກອົບຮົມໜຶ່ງພາກຮຽນ, ກະລຸນາເບິ່ງເອກະສານ
ຄັດຕິດ 2, ສໍາລັບວິຊາສະເພາະທີ່ໄດ້ຮັບດ້ານນັກສຶກສາທີ່ມີພື້ນຖານມາຮຽນໜຶ່ງປີແລະມີທຶນຊ່ວຍການສຶກສາຈາກລັດຖະບານແຂວງຢຸນນານໃຫ້ນັກສຶກສາຕ່າງປະເທດ ກະລຸນາເບິ່ງເອກະສານຕິດຄັດ 1.
Ⅳ. ເງື່ອນໄຂການລົງທະບຽນ
(ກ) ເງື່ອນໄຂພື້ນຖານ
1. ພົນລະເມືອງທີ່ບໍ່ແມ່ນຄົນຈີນແລະຖືໜັງສືຜ່ານແດນຕ່າງປະເທດທີ່ຍັງບໍ່ໝົດອາຍຸ, ມີສຸຂະພາບແຂງແຮງ, ມີບຸກຄະລິກກະພາບທີ່ດີ ແລະ ບໍ່ມີ ປະຫວັດທາງຄະດີອາຍາ.
2. ປະຕິບັດຕາມກົດໝາຍ ແລະ ກົດລະບຽບຂອງປະເທດຈີນ, ກົດລະບຽບ ຂອງໂຮງຮຽນ, ເຄົາລົບຮີດຄອງປະເພນີຂອງປະຊາຊົນຈີນ, ແລະມີຄຸນສົມ
ບັດສິນນະທໍາທີ່ດີ.
3. ສະຖານະພາບສຸຂະພາບຮ່າງກາຍຄວນເປັນໄປຕາມ “ມາດຕະຖານ ການກວດສຸຂະພາບສຳລັບນັກສຶກສາຕ່າງປະເທດທີີ່ມາຮຽນໃນປະເທດຈີນ” ທີ່ໄດ້ປະກາດຈາກກະຊວງສຶກສາທິການ ຂອງສາທາລະນະລັດ ປະຊາຊົນ ຈີນ.
4. ຊ່ວງອາຍຸ: ນັກສຶກສາປະລິຍາຕີ: ອາຍຸ18 - 35ປີ; ນັກສຶກສາກຽມພາສາຈີນ: 18-55 ປີ;
ນັກສຶກສາໃນໄລຍະສັ້ນທີ່ບໍ່ເເມ່ນລະດັບປະລິນຍາຕີ: ອາຍຸ18-55 ປີ
5. ຈົບການສຶກສາມັດທະຍົມຕອນປາຍ ຫຼື ທຽບເທົ່າ ແລະມີໃບຢັ້ງຢືນທີ່ກ່ຽວຂ້ອງ.
ໝາຍເຫດ: ເງື່ອນໄຂລົງທະບຽນເຂົ້າຮຽນ ແລະ ການກໍານົດ ສໍາລັບນັກສຶກສາທີ່ມີພື້ນຖານມາຮຽນໜຶ່ງປີແລະມີທຶນຊ່ວຍການສຶກສາຈາກລັດຖະບານແຂວງຢຸນນານໃຫ້ນັກສຶກສາຕ່າງປະເທດ, ທຶນຊ່ວຍການສຶກສາສຳລັບຄູສອນນພາສາຈີນສາກົນທີ່ມາຄົ້ນຄ້ວາສຶກສາໜຶ່ງສົກຮຽນ,ແລະໜຶ່ງພາກຮຽນ ກະລຸນາເບິ່ງເອກະສານຕິດຄັດ 2.
(ຂ) ເງື່ອນໄຂການເຂົ້າຮຽນ
ນັກສຶກສາໃນລະດັບປະລິນຍາຕີ: ຕ້ອງມີໃບຢັ້ງຢືນ HSK ລະດັບ 4 ເມື່ອລົງທະບຽນເຂົ້າຮຽນ ເເລະ ນັກສຶກສາຍັງຈຳເປັນຕ້ອງ ສອບເສັງເຂົ້າຮຽນ ທີ່ໄດ້ຈັດຕັ້ງໂດຍວິທະຍາໄລຂອງນັກສຶກສາທີ່ໄດ້ສະໝັກໄວ້ ໃນວິຊານັ້ນ
ນັກສຶກສາທີ່ກຽມພ້ອມ:
1. ຫຼັງຈາກຮຽນໃນຫຼັກສູດການກຽມພາສາຈີນແລ້ວ, ຜ່ານການສອບເສັງ HSK ລະດັບ 4, ແລະຜ່ານການສອບເສັງເຂົ້າຮຽນວິຊາສະເພາະທີ່ທ່ານໄດ້ສະໝັກ, ທ່ານສາມາດ ເຂົ້າຮຽນລະດັບປະລິນຍາຕີໄດ້;
2. ນັກສຶກສາຜູ້ທີ່ມີເງື່ອນໄຂເຂົ້າຮຽນໃນລະດັບປະລິນຍາຕີ, ແຕ່ສະ
ໝັກຮ້ອງຂໍເຂົ້າຮຽນຫຼັກສູດສໍາລັບກຽມພາສາຈີນ.
Ⅴ. ວິທີ ແລະ ເອກະສານການລົງທະບຽນ
(ກ) ວິທີການລົງທະບຽນ
1. ການລົງທະບຽນໂອນລາຍ: ສົ່ງສຳເນົາເອກະສານສະແກນທີ່ກ່ຽວຂ້ອງ ເຂົ້າອີແມວ: 3103891441@qq.com ຫຼື hvh@uoh.edu.cn.
2. ການລົງທະບຽນຢູ່ໃນສະຖານທີ່: ຜູ້ຮັ້ອງຂໍ ຫຼື ໃຫ້ຜູ້ມອບໝາຍນໍາເອົາເອກະສານດ້ານການລົງທະບຽນຕົ້ນສະບັບໄປສະຖານທີ່ໂຮງຮຽນ
ເພື່ອລົງທະບຽນ (ທີ່ຢູ່: ຫ້ອງB102, ສູນກິດຈະກຳນັກສຶກສາ,ວິທະຍາ
ໄລ HongHe, ເມືອງເໝີງຈື, ກິ່ງແຂວງHonghe, ແຂວງຢຸນນານ).
(ຂ) ເອກະສານລົງທະບຽນ
1. ‘ແບບຟອມຮ້ອງຂໍເຂົ້າຮຽນດ້ານນັກສຶກສາສາກົນຂອງວິທະຍາໄລ
HongHe’ (ກະລຸນາຕື່ມຂໍ້ມູນເປັນພາສາຈີນຫຼືພາສາອັງກິດ ເເລ້ວສົ່ງ
ເອກະສານແບບ Excel ແລະ ສຳເນົາສະເເກນສະບັບທີ່ໄດ້ລົງລາຍ
ເຊັນ);
2.ໜ້າຂໍ້ມູນສ່ວນຕົວ ຂອງໜັງສືຜ່ານແດນ (ໜັງສືຜ່ານແດນທ່ີ່ມີອາຍຸຫຼາຍກວ່າໜຶ່ງປີຂື້ນໄປ), ສໍາເນົາສະແກນໜ້້າວີຊາທີ່ໄດ້ນໍາໃຊ້ໃນຫຼ້າສຸດ ແລະ
ໜ້າປະທັບກາຄົນເຂົ້າ-ອອກເມືອງ(ຖ້າທ່ານຍັງບໍ່ໄດ້ຮ້ອງຂໍໜັງສືຜ່ານແດນ,
ທ່ານສາມາດສະໜອງສໍາເນົາສະແກນບັດປະຈຳຕົວກ່ອນ);
3. ຮູບຖ່າຍເອເລັກໂຕຣນິກທີ່ບໍ່ໃສ່ໝວກ (ຮູບຖ່າຍມີສີທີ່ບໍ່ໃສ່ໝວກຕິດບັດ ຂະໜາດ 2 ນິ້ວ, ພື້ນຫຼັງສີຂາວໂດຍບໍ່ມີຂອບ, ສ່ວນຫົວມີຂະໜາດ 2/3
ຂອງຮູບຖ່າຍ, ຂະໜາດຂອງຮູບຖ່າຍບໍ່ໃຫ້ຕໍ່າກວ່າ 320 * 240 ພິກເຊລ, ອັດຕາສ່ວນຄວາມສູງແລະກວ້າງເເມ່ນ 4: 3, ຂະໜາດໃຫຍ່ 100-500KB, ຮູບ ແບບJPG);
4. ໃບປະກາດຈົບຊັ້ນມັດທະຍົມຕອນປາຍ, ນັກຮຽນຈົບໃໝ່ທີ່ຍັງ ບໍ່ທັນໄດ້ຮັບໃບປະກາດ ເເມ່ນໃຫ້ນໍາເອົາໃບຢັ້ງຢືນການຈົບຊັ້ນທີ່ອອກໂດຍໂຮງຮຽນ
ທີ່ໄດ້ສຶກສາຢູ່່(ຈໍາເປັນຕ້ອງມີໃບຮັບຮອງທະບຽນສານແລະຕິດຄັດເອກະ
ສານທີ່ໄດ້ແປເປັນພາສາຈີນ ຫຼື ອັງກິດ);
5. ຜົນການສອບເສັງຈົບຊັ້ນມັດທະຍົມຕອນປາຍ (ຈໍາເປັນຕ້ອງມີໃບຮັບຮອງທະບຽນສານ ແລະຕິດຄັດເອກະສານທີ່ໄດ້ແປເປັນພາສາຈີນ ຫຼືອັງ
ກິດ);
6. ໃບຄະແນນ HSK ລະດັບ 4 (ນັກສຶກສາໃນລະດັບປະລິນຍາຕີຕ້ອງສະໜອງ)
7. ໃບຢັ້ງຢືນບໍ່ມີປະຫວັດທາງຄະດີອາຍາ (ຈໍາເປັນຕ້ອງມີໃບຮັບຮອງທະ
ບຽນສານ ແລະຕິດຄັດເອກະສານທີ່ໄດ້ແປເປັນພາສາຈີນ ຫຼື ອັງກິດ);
8. ໃບຢັ້ງຢືນການຄໍ້າປະກັນດ້ານເສດຖະກິດຂອງຄອບຄົວ (ຈໍາເປັນຕ້ອງມີໃບຮັບຮອງທະບຽນສານ ແລະຕິດຄັດເອກະສານທີ່ໄດ້ແປເປັນພາສາຈີນ ຫຼື ອັງກິດ);
9. ຈົດໝາຍແນະນຳ (ອອກໂດຍຜູ້ທີ່ກ່ຽວຂ້ອງຮັບຜິດຊອບ ຫຼື ຄູສອນປະຈໍາຊັັ້ນຮຽນຂອງໂຮງຮຽນທີ່ມີລະດັບການສຶກສາສູງສຸດ).
ໝາຍເຫດ: ເອກະສານການລົງທະບໜຍທັງໝົດ ຈະຕ້ອງເປັນສໍາເນົາສະ
ແກນເປັນຮູບແບບPDFທີ່ຖືກຕ້ອງ, ຖ້າເອກະສານເປັນຮູບພາບທີ່ຖ່າຍ
ໂດຍໂທລະສັບມືຖື ຫຼື ກ້ອງຖ່າຍຮູບ ເເມ່ນຈະບໍ່ຖືກຍອມຮັບ.
Ⅵ. ມາດຖານຂອງຄ່າໃຊ້້ຈ່່າຍ
1. ຄ່າຮຽນ: 8400 ຢວນ/ປີຮຽນ
2. ຄ່າຢູ່ຄ່າພັກ: 1200 ຢວນ/ປີຮຽນ
3. ຄ່າທຳນຽມຕ່າງໆທີ່ກ່ຽວຂ້ອງ: ຄ່າປະກັນໄພແມ່ນ 435 ຢວນ/ປີ, ຄ່າ ກວດສຸຂະພາບແມ່ນ 233 ຢວນ/ຄັ້ງ, ຄ່າທຳນຽມໃບອະນຸຍາດທີ່ຢູ່ອາໄສ ແມ່ນ 400 ຢວນ/ປີ (ໝາຍເຫດ: ເມື່ອຜູ້ສະໝັກມາຮອດໂຮງຮຽນເເມ່ນຈະ ຈ່າຍຄ່າໃຫ້ພະແນກທີ່ກ່ຽວຂ້ອງ ຕາມມາດຕະຖານຄ່າຍໃຊ້ຈ່າຍທີ່ພະແນກກ່ຽວຂ້ອງໄດ້ປະຕິບັດໃນປັດຈຸບັນນີ້ ແລະຈຳນວນເງິນຕົວຈິງອາດຈະມີການ ປ່ຽນແປງຕາມຄວາມເໝາະສົມ)
Ⅶ. ທຶນຊ່ວຍການສຶກສາ
(ກ) ທຶນຊ່ວຍການສຶກສາລະບັບໂຮງຮຽນ ຂອງວິທະຍາໄລ HongHe
1. ປະເພດທຶນຊ່ວຍການສຶກສາ
(1) ທຶນສຳລັບນັກສຶກສາທີ່ເຂົ້າຮຽນໃຫມ່
ນັກສຶກສາລະດັບປະລິນຍາຕີ ແລະ ກຽມພາສາຈີນແມ່ນ ຈະໄດ້ຮັບທຶນ ຊ່ວຍການສຶກສາເຄິ່ງໜຶ່ງ (ຍົກເວັ້ນຄ່າຮຽນເຄິ່ງໜຶ່ງ).
(ໝາຍເຫດ: ນັກສຶກສາທີ່ໄດ້ຮັບເຂົ້າຮຽນຈະຕ້ອງໄດ້ເຊັນ “ສັນຍາທຶນຊ່ວຍການສຶກສາ”ກັບໂຮງຮຽນ ເມື່ອເຂົ້າມາຮຽນ.ຫຼັງຈາກເຊັນສັນຍາແລ້ວ,ຄ່າຮຽນຂອງນັກສຶກສາ ໃນແຕ່ລະສົກຮຽນເເມ່່ນຈະຖືກຈ່າຍເຄິ່ງໜຶ່ງຂອງມາດ
ຕະຖານທີ່ໄດ້ປະຕິບັດໃນປັດຈຸບັນ ເຊິ່ງເປັນ 4,200ຢວນ, ເເລະຈະຕ້ອງ
ຈ່າຍໃນເວລາລົງທະບຽນ. )
ເງື່ອນໄຂຂອງຜູ້ສະໝັກ:
ນັກສຶກສາປະລິຍາຕີ: ນັກຮຽນຕ່າງປະເທດ ທີ່ມີຄະແນນແລະຄຸນສົມບັດດີເລີດໃນໂຮງຮຽນມັດທະຍົມ (ຫລືລະບັບທຽບເທົ່າ), ໃບຢັ້ງຢືນ HSKລະ
ດັບ 4, ບໍ່ມີບັນທຶກຄະດີອາຍາ, ແລະ ຜູ້ທີ່ສາມາດເຂົ້າຮຽນວິຊາຊີບໂດຍກົງ ຫຼັງຈາກສອບເສັງເຂົ້າຮຽນ.
ນັກສຶກສາທີ່ກຽມພ້ອມ:
+ ນັກຮຽນຕ່າງປະເທດທີ່ມີຄະແນນດີເລີດໃນໂຮງຮຽນມັດທະຍົມ (ຫລືລະ
ດັບທຽບເທົ່າ), ບໍ່ມີປະຫວັດທາງຄະດີອາຍາ, ມີຜົນຮຽນແລະຄຸນສົມບັດດີເລີດ ແຕ່ທັກສະດ້ານພາສາບໍ່ໄດ້ບັນລຸມາດຕະຖານຂອງການເຂົ້າຮຽນ
ວິຊາຊີບ .
+ ນັກສຶກສາ ຜູ້ທີ່ມີເງື່ອນໄຂເຂົ້າຮຽນໃນລະດັບປະລິນຍາຕີ, ແຕ່ສະໝັກ ໃຈ ຮ້ອງຂໍເຂົ້າຮຽນໃນຫຼັກສູດກຽມພາສາຈີນ.
(2) ການປະເມີນທຶນຊ່ວຍການສຶກສາປະຈຳປີ
ພາຍຫຼັງສຳເລັດການສຶກສາປີທຳອິດໃນໂຮງຮຽນ, ນັກສຶກສາສະໝັກໃຈ
ຮ້ອງຂໍທຶນຊ່ວຍການສຶກສາລະດັບໂຮງຮຽນຕາມສະພາບຕົວຈິງ ເເລະເຂົ້າຮ່ວມການປະເມີນໃນການຮັບທຶນຊ່ວຍການສຶກສາປະຈຳປີໃນທົ່ວໂຮງຮຽນ,
ໂດຍອີງຕາມຜົນຄະເເນນ, ຈຸດຄະເເນນ, ຄະເເນນທີ່ສົມບູນແບບ,ແລະຜົນ
ງານໃນປະຈໍາມື້ແລະອື່ນໆ, ຈະໄດ້ຮັບການເເນະນໍາການຄັດເລືອກຜູ້ທີ່ດີ
ເເລະປະກາດໂດຍວິຖະຍາຄານ ,ໂຮງຮຽນຈະມອບທຶນຊ່ວຍການສຶກສາໃນລະດັບຕ່າງໆໃຫ້້ນັກສຶກສາຫຼັງຈາກໄດ້ປະເມີນ.
2. ໄລຍະເວລາທຶນຊ່ວຍການສຶກສາ
ນັກສຶກສາລະດັບປະລິນຍາຕີສາມາດຮັບທຶນຊ່ວຍການສຶກສາລະດັບໂຮງ
ຮຽນໄດ້ ພາຍໃນໄລຍະເວລາ4 ປີ ຂອງລະບົບການສຶກສາຕາມມາດຕະ
ຖານ, ຖ້າກາຍເວລາກໍານົດນັກສຶກສາຈະຖືກປ່ຽນເປັນຜູ້ທີ່ຈ່າຍຄ່າຮຽນຕົນເອງ, ແລະຖືກແບ່ງວິຊາສະເພາະແລະຫຼັກສູດຕາມຄະແນແລະຄ່າຮຽນໃນມາດຖານທີ່ໂຣງຮຽນໄດ້ປະຕິບັດຕໍ່ນັກສຶກສາຈີນໃນປີນັ້ນ, ຫຼັງຈາກຈ່າຍຄ່າ
ຮຽນຕາມຜົນຄະແນທີ່ໄດ້ກໍານົດໄວ້ເເເລ້ວນັກສຶກສາມາດຮຽນຕໍ່ໄດ້.
ນັກສຶກສາທີ່ກຽມພ້ອມສາມາດຮັບທຶນຊ່ວຍການສຶກສາລະດັບໂຮງຮຽນພາຍໃນໄລຍະເວລາ1ປີ,ຖ້າລະດັບພາສາຈີນບໍ່ໄດ້ມາດຕະຖານດ້ານວິຊາຊີບເກິນ1ປີ,ສາມາດປ່ຽນເປັນທຶນຕົນເອງ, ນັກສຶກສາສາມາດສືບຕໍ່ຮຽນ
ຕາມມາດຕະຖານຄ່າຮຽນພາສາຈີນຂອງໂຮງຮຽນ(ປະຈຸບັນ 8400ຢວນ/ປີ/ຄົນ)ຈົນຮອດລະດັບພາສາຈີນຈະບັນລຸມາດຕະຖານດ້ານວິຊາຊີບ
(ຂ) ທຶນຊ່ວຍການສຶກສາອື່ນໆ
ວິທະຍາໄລHongHe ສະໜອງທຶນຊ່ວຍການສຶກສາປະເພດອື່ນໆ,ລວມທັງ“ທຶນຊ່ວຍການສຶກສາຂອງລັດຖະບານເເຂວງຢຸນນານສໍາລັບນັກສຶກສາຕ່າງປະເທດ”, “ທຶນຊ່ວຍການສຶກສາຄູສອນພາສາຈີນສາກົນ”(ເບິ່ງລາຍລະອຽດເອກະສານຕິດຄັດ2),ເເລະທຶນຊ່ວຍເຫຼືອສັງຄົມຈາກທາງອື່ນໆ(ຂອບຂ່າຍ,ເປົ້າໝາຍເເລະຮູບແບບຂອງທຶນຊ່ວຍການສຶກສາຈະຖືກກໍານົດຕາມສະຖານະການຕົວຈິງຂອງປີນັ້ນຫຼັງຈາກນັກສຶກສາໄດ້ລົງທະບຽນ
ຂົ້າຮຽນ).
Ⅷ. ກຳນົດເວລາໃນການລົງທະບຽນ
ວັນທີ 15 ສິງຫາ 2023.
Ⅸ. ການຮັບເຂົ້າຮຽນ ແລະ ແຈ້ງການ
1. ວິທະຍາໄລ Honghe ຈະກວດກາຄືນເອກະສານຂອງຜູ້ຮ້ອງຂໍທີ່ໄດ້ສະໜອງໃຫ້, ແລະຄັດເລືອກເອົາຜູ້ສະໝັກທີ່ມີເງື່ອນໄຂດີເຂົ້າຮຽນ.
2. ວິທະຍາໄລ Honghe ຈະສົ່ງໃບແຈ້ງການຮັບເຂົ້າຮຽນ ແລະ ເອກະ ສານທີ່ກ່ຽວຂ້ອງໃຫ້ນັກສຶກສາທີ່ໄດ້ຮັບເຂົ້າຮຽນກ່ອນເດືອນກັນຍາ.
3. ຕາມຫຼັກການແລ້ວ, ນັກສຶກສາທີ່ໄດ້ຮັບການເຂົ້າຮຽນ ຈະບໍ່ໄດ້ຮັບອະນຸຍາດໃຫ້ປ່ຽນຫຼັກສູດການສຶກສາ ແລະ ໄລຍະເວລາຂອງ ການສຶກສາ.
Ⅹ. ການລົງທະບຽນເຂົ້າຮຽນ
1. ເວລາລົງທະບຽນ ແລະ ຄວາທຕ້ອງການແມ່ນຂື້ນກັບໃບແຈ້ງການຮັບ
ເຂົ້າຮຽນ. ນັກສຶກສາໃໝ່ຄວນສະໜອງເອກະສານຕົ້ນສະບັບຂອງການຮ້ອງຂໍທັງໝົດ ທີ່ໄດ້ກ່າວມາຂ້າງເທິງ ເມື່ອລົງທະບຽນ. ຜູ້ທີ່ບໍ່ສາມາດສະໜອງ
ເອກະສານຕົ້ນສະບັບແທ້ຈິງ ຈະຖືກຍົກເລິກສິດການເຂົ້າຮຽນ.
2. ຖ້າຫາກບໍ່ສາມາດລົງທະບຽນໄດ້ຕາມເວລາທີ່ໄດ້ກຳນັດໄວ້ເນື່ອງຈາກ
ມີເຫດຜົນພິເສດ, ທ່ານຕ້ອງໄດ້ສະເໜີນຳໂຮງຮຽນຂອງພວກເຮົາລ່ວງໜ້າ
ເປັນລາຍລັກອັກສອນ ເເລະ ສາມາດເລື່ອນການລົງທະບຽນໄດ້ພາຍຫຼັງ
ໄດ້ຮັບການອະນຸມັດ; ຜູ້ທີ່ມາລົງທະບຽນບໍ່ທັນເວລາ ໂດຍບໍ່ໄດ້ຮັບການອະ
ນຸມັດ ຈະຖືກຍົກເລິກສິດການເຂົ້າຮຽນ.
Ⅺ. ວິທີຕິດຕໍ່:
1. ໂທລະສັບ (ແຟັກ): 0086-873-3694397
2. ອີແມວ: 3103891441@qq.com ຫຼື hvh@uoh.edu.cn.
3. ທີ່ຢູ່: ຫ້ອງB102, ສູນກິດຈະກຳນັກສຶກສາ, ວິທະຍາໄລ HongHe,
ເມືອງເໝີງຈື, ກິ່ງແຂວງHonghe, ແຂວງຢຸນນານ(ຫ້ອງການຄຸ້ມຄອງ
ນັກສຶກສາຕ່າງປະເທດ,ພະແນກການຮ່ວມມືແລະການແລກປ່ຽນຕ່າງ
ປະເທດ)
ສິດອະທິບາຍຂອງຂໍ້ກໍານົດສະບັບນີ້ຂື້ນກັບພະແນກການຮ່ວມມືແລະການ
ແລກປ່ຽນຕ່າງປະເທດ ວິທະຍາໄລHongHe.
ເອກະສານຄັດຕິດ:
1. ລາຍການຮັບນັກສຶກສາຂອງວິທະຍາໄລ HongHe ປີ2023-2024
2.ຂໍ້ມູນກ່ຽວກັບທຶນຊ່ວຍການສຶກສາຂອງນັກສຶກສາສາກົນທຸກປະເພດຂອງວິທະຍາໄລ HongHe
ເອກະສານຄັດຕິດ 1:
ລາຍການຮັບນັກສຶກສາຂອງວິທະຍາໄລ HongHe ປີ2023-2024
ເລກລຳ ດັບ |
ວິສາສະເພາະທີ່ໄດ້ຮັບ |
ຈໍານວນຄົນແຜນການໄດ້ຮັບ |
ວິທະຍາຄານ |
ໝາຍເຫດ |
1 |
ການສຶກສາສາກົນພາສາຈີນ |
50 |
ວິທະຍາຄານມະນຸດສາດ |
|
2 |
ເສດຖະກິດ ແລະ ການຄ້າ ສາກົນ |
40 |
ວິທະຍາຄານທຸລະກິດ (ສະຖາບັນເສດຖະກິດດີຈີຕອນ ແລະ ອຸດສາຫະກຳ) |
ນັກສຶກສາທີ່ຮຽນ 4 ປີຈໍາເປັນຕ້ອງ ໄດ້ລວມຢູ່ໃນຫ້ອງຮຽນບໍລິຫານ ເພື່ອການຝຶກອົບຮົມຄວາສາມາດ ສອດຄ່ອງກັບນັກຮຽຕ່າງປະເທດ. ຈໍານວນຜູ້ສະໝັກຂອງແຕ່ລະວິຊາສະເພາະແມ່ນຖ້າຕໍ່າກວ່າ15ຄົນ,ວິຊາສະເພາະນີ້ຈະຖືກຍົກເລິກເເລະຜູ້ທີ່ລົງທະບຽນສາມາດ ຍ້າຍໄປຮຽນວິຊາສະເພາະອື່ນຕາມສະພາບຕົວຈິງ. |
3 |
ການບໍລິຫານໂຮງແຮມ |
40 |
4 |
ການຄຸ້ມຄອງການຂົນສົ່ງ |
40 |
5 |
ວິສະວະກຳການສື່ສານ |
10 |
ວິທະຍາຄານວິສະວະກຳສາດ (ສະຖາບັນອຸດສາ ຫະກຳປັນຍາ ປະດິດ) |
|
6 |
ວິທະຍາສາດ ແລະ ເຕັກໂນ ໂລຢີຄອມພິວເຕີ້ |
10 |
7 |
ການສະແດງເຕັ້ນ |
10 |
ວິທະຍາຄານດົນຕີ ແລະ ເຕັ້ນ |
|
8 |
ວິຊາການກະສິກໍາ |
5 |
ວິທະຍາຄານດ້ານຊີວະວິທະຍາແລະກະສິກໍາ |
|
9 |
ການປ້ອງກັນພືດ |
5 |
10 |
ສິລະປະຫັດຖະກຳ |
5 |
ວິທະຍາຄານສິລະປະ (ວິທະຍາຄານງານດິນ ແໜວແດງ) |
|
11 |
ຮູບແຕ້ມ |
5 |
12 |
ອິນເຕີ້ເນັດແລະສື່ມວນສົ່ນ ໃໝ່ |
10 |
ວິທະຍາຄານນັກຂ່າວ ແລະ ສື່ມວນຊົນ |
|
ລວມ |
230 |
|
|
ເອກະສານຕິດຄັດ 2: ມູນກ່ຽວກັບທຶນຊ່ວຍການສຶກສາຂອງນັກສຶກສາສາ
ກົນທຸກປະເພດຂອງວິທະຍາໄລ HongHe
ທຶນຊ່ວຍການສຶກສາຂອງລັດຖະບານແຂວງຢຸນນານ
ສຳລັບນັກສຶກສາ ຕ່າງປະເທດ
ເພື່ອຮັບໃຊ້ເປົ້າໝາຍທີ່ດີກວ່າ ໃນການສ້າງແຂວງຢຸນນານໃຫ້ກາຍເປັນ ຊ່ອງທາງສາກົນຂອງປະເທດຈີນ ໄປສູ່ອາຊີໃຕ້ ແລະ ອາຊີຕາເວັນອອກ ສ່ຽງໃຕ້, ພ້ອມດຽວກັນນີ້, ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບບັນດາປະເທດໃກ້ຄຽງ, ປັບປຸງລະດັບການສຶກສາ ແລະ ປະສິດທິຜົນປະໂຫຍດຂອງແຂວງຢຸນນານ ແລະ ຮັບໃຊ້ໃຫ້ເເກ່ການ ຝຶກອົບຮົມໃນເຂດການຄ້າເສລີຈີນ-ອາຊຽນ. ລັດຖະບານແຂວງຢຸນນານໄດ້ ຈັດຕັ້ງທຶນຊ່ວຍການສຶກສາຂອງລັດ ສຳລັບນັກສຶກສາຕ່າງປະເທດໂດຍສະ
ເພາະ(ຕໍ່ມາເອີ້ນຫຍໍ້ວ່າ “ທຶນຊ່ວຍການສຶກສາຂອງລັດຖະບານແຂວງ”)
Ⅰ. ຂອບເຂດນັກສຶຶກສາທີ່ໄດ້ຮັບ
ນັກສຶກສາປະລິຍາຕີ, ນັກສຶກສາທີ່ກຽມພ້ອມ, ນັກສຶກສາທີ່ມີພື້ນຖານ
ມາກ່ອນ
Ⅱ. ສັນຊາດຂອງນັກສຶກສາທີ່ໄດ້ຮັບ
ສຸມໃສ່ບັນດາປະເທດລຽບຕາມ“ໜື່ງເເລ້ວໜື່ງເສັ້ນທາງ” ແລະບັນດປະເທດ
ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ໂດຍຄຳນຶງເຖິງປະເທດອື່ນ.
Ⅲ. ເວລາການຮັບນັກສຶກສາ
ຮັບນັກສຶກສາແຕ່ເດືອນກຸມພາ ເຖິງ ເດືອນເມສາແຕ່ລະປີ (ເວລາຕົວຈິງອີງໃສ່ຂໍ້ກໍານົດການຮັບນັກສຶກສາເຂົ້າຮຽນປະຈຳປີ )
Ⅳ. ການຮ້ອງຂໍເຂົ້າໂຮງຮຽນ
ກະລຸນາຕື່ມຂໍ້ມູນໃສ່ “ໃບຮ້ອງຂໍເຂົ້າໂຮງຮຽນ” ໃນແບບຟອມຂຽນ: ວິທະ
ຍາໄລ HongHe
Ⅴ. ເງື່ອນໄຂການຮ້ອງຂໍ
1. ພົນລະເມືອງບໍ່ແມ່ນຄົນຈີນທີ່ຖືໜັງສືຜ່ານແດນຕ່າງປະເທດທີ່ຜົນສັກສິດໃຊ້ໄດ້;
2. ມີຄຸນລັກສະນະທີ່ດີ, ມີສຸຂະພາບແຂງແຮງ, ມີຄະເເນນດີເລີດ, ສາມາດ ປະຕິບັດຕາມກົດໝາຍ ແລະ ກົດລະບຽບຂອງສາທາລະນະລັດ ປະຊາຊົນ ຈີນ , ລະບຽບວິໄນກົດລະບຽບຂອງວິທະຍາໄລHongHe, ແລະ ເຄົາລົບ ຮີດຄອງປະເພນີຂອງຈີນ, ແລະບໍ່ມີປະຫວັດທາງຄະດີອາຍາ.
3. ຜູ້ທີ່ສຶກສາລະດັບປະລິນຍາຕີ ແລະ ນັກສຶກສາທີ່ກຽມພ້ອມ ຕ້ອງມີລະ
ດັບມັດທະຍົມຫລືລະດັບທຽບເທົ່າ, ແລະອາຍຸບໍ່ເກິນ25ປີ; ນັກສຶກສາ
ນັກສຶກສາທີ່ມີພື້ນຖານມາກ່ອນ ຕ້ອງຈົບລະດັບປະລິນຍາຕີ ຂຶ້ນໄປ, ແລະ ອາຍຸບໍ່ເກີນ55ປີ;
4. ຕາມຫຼັກການແລ້ວ, ລະດັບພາສາຈີນຂອງຜູ້ຮ້ອງຂໍຕ້ອງມີລະດັບ 4 ຂອງ ສອບເສັ່ງຄວາມສາມາດດ້ານພາສາຈີນ (HSK), ຍົກເວັ້ນນັນັກສຶກສາທີ່ກຽມພ້ອມ ແລະ ນັກສຶກສາທີ່ມີພື້ນຖານມາກ່ອນ.
Ⅵ. ມາດຕະຖານທຶນຊ່ວຍການສຶກສາ
1. ມາດຕະຖານ: ນັກສຶກສາທີ່ກຽມພ້ອມ, ນັກສຶກສາທີ່ມີພື້ນຖານມາກ່ອນ : 30,000 ຢວນ/ປີ/ຄົນ (1 ປີ); ນັກສຶກສາປະລິຍາຕີ: 35,000 ຢວນ/ປີ/ຄົນ (4-5 ປີ);
2. ຂອບເຂດຄ່າທີ່ລວມ: ຄ່າຮຽນ, ຄ່າພັກໃນໂຮງຮຽນ, ຄ່າໃຊ້ຈ່າຍໃນ ການດຳລົງຊີວິດຂອງທຶນຊ່ວຍການສຶກສາ, ຄ່າປະກັນໄພ ແລະຄ່າທຳນຽມ ການຈັດການອື່ນໆ.
Ⅶ. ເອກະສານການຮ້ອງຂໍ
(ກ) ເອກະສານພື້ນຖານ
1. 'ແບບຟອມຮ້ອງຂໍທຶນຊ່ວຍການສຶກສາຂອງລັດຖະບານແຂວງຢຸນນານ' (ເບິ່ງເອກະສານຕິດຄັດ 1) ແລະ 'ແບບຟອມຮ້ອງຂໍສໍາລັບນັກສຶກສາຕ່າງປະເທດເຂົ້າຮຽນ ຂອງວິທະຍາໄລ HongHe ' (ເບິ່ງເອກະສານຕິດຄັດ 2) (ກະລຸນາຕື່ມໃສ່ເປັນພາສາຈີນ ຫຼື ອັງກິດໃຫ້ສໍາເລັດ, ແລະສົ່ງເອກະ ສານແບບExcel ແລະ ສະເເກນສຳເນົາສະບັບທີ່ໄດ້ເຊັນ);
2. ໜ້າຂໍ້ມູນສ່ວນຕົວຂອງໜັງສືຜ່ານແດນ (ໜັງສືຜ່ານແດນທ່ີ່ມີອາຍຸຫຼາຍ ກວ່າໜຶ່ງປີຂື້ນໄປ), ສະເເກນສໍາເນົາໜ້້າວີຊາທີ່ນໍາໃຊ້ ຫຼ້າສຸດ ແລະ ໜ້າ ປະທັບກາຄົນເຂົ້າ-ອອກເມືອງ (ຖ້າທ່ານຍັງບໍ່ໄດ້ຮັບໜັງສືຜ່ານແດນ, ທ່ານ ສາມາດໃຊ້ສໍາເນົາສະແກນບັດປະຈຳຕົວຂອງທ່ານກ່ອນ);
3. ຮູບຖ່າຍເອເລັກໂຕຣນິກທີ່ບໍ່ໃສ່ໝວກ (ຮູບຖ່າຍມີສີທີ່ບໍ່ໃສ່ໝວກຕິດບັດ ຂະໜາດ 2 ນິ້ວ, ພື້ນຫຼັງສີຂາວໂດຍບໍ່ມີຂອບ, ສ່ວນຫົວມີຂະໜາດ 2/3
ຂອງຮູບຖ່າຍ, ຂະໜາດຂອງຮູບຖ່າຍບໍ່ໃຫ້ຕໍ່າກວ່າ 320 * 240 ພິກເຊລ, ອັດຕາສ່ວນຄວາມສູງແລະກວ້າງເເມ່ນ 4: 3, ຂະໜາດໃຫຍ່ 100-500KB, ຮູບ ແບບJPG);
4. ໃບປະກາດຈົບຮຽນລະດັບສູງສຸດແລະສໍາເນົາສະແກນຜົນຄະແນນ, ນັກ
ຮຽນຈົບໃໝ່ທີ່ຍັງບໍ່ທັນໄດ້ຮັບໃບປະກາດຈົບແລະຜົນຄະແນນຫຼັກສູດທັງໝົດ ເເມ່ນຕ້ອງສະໜອງໃບຢັ້ງຢືນການຈົບແລະຜົນຄະແນນທຸກຫຼັກສູດ ໂດຍໂຮງຮຽນທີ່ໄດ້ສຶກສາຢູ່່; (ຈໍາເປັນຕ້ອງມີໃບຮັບຮອງທະບຽນສານ ແລະຕິດຄັດເອກະສານທີ່ໄດ້ແປເປັນພາສາຈີນ ຫຼື ອັງກິດ);
5. ສຳເນົາສະແກນໃບຢັ້ງຢືນ HSK (ຖ້ານັນັກສຶກສາທີ່ກຽມພ້ອມ ແລະນັກສຶກສາທີ່ມີພື້ນຖານມາກ່ອນມີ ກະລຸນາສະໜອງໃຫ້ );
6. ‘ລາຍລະອຽດການກວດຮ່າງກາຍ ຂອງຄົນຕ່າງປະເທດ’ (ເບິ່ງເອກະ ສານຕິດຄັດ3) ແລະ ສໍາເນົາສະແກນໃບລາຍງານການກວດເລືອດ;
7. ສໍາເນົາສະແກນໃບຢັ້ງຢືນທີ່ບໍ່ມີປະຫວັດທາງຄະດີອາຍາ.(ຈໍາເປັນຕ້ອງ
ມີໃບຮັບຮອງທະບຽນສານ ແລະຕິດຄັດເອກະສານທີ່ໄດ້ແປເປັນພາສາ
ຈີນ ຫຼື ອັງກິດ)
Ⅷ. ການປຶກສາດ້ານທຶນຊ່ວຍການສຶກສາ
1. ໂທລະສັບ (ແຟັກ): 0086-873-3694397
2. ອີແມວ: 3103891441@qq.com
3. ທີ່ຢູ່: ຫ້ອງB102, ສູນກິດຈະກຳນັກສຶກສາ, ວິທະຍາໄລ HongHe,
ເມືອງເໝີງຈື, ກິ່ງແຂວງHonghe, ແຂວງຢຸນນານ(ຫ້ອງການຄຸ້ມຄອງນັກ
ສຶກສາຕ່າງປະເທດ,ພະແນກການຮ່ວມມືແລະການແລກປ່ຽນຕ່າງປະເທດ)
ໝາຍເຫດ: ສຳລັບຂໍ້ມູນກ່ຽວກັບທຶນຊ່ວຍການສຶກສາ,ກະລຸນາອີງໃສ່“ຂໍ້ກໍານົດການຮັບນັກສຶກສາປະຈຳປີ” ເປັນມາດຕະຖານ
ຕິດຄັດ : ຂໍ້ກໍານົດດ້ານການຮັບນັກສຶກສາສຳລັບນັກສຶກສາ ຕ່າງປະເທດ
ທີ່ມີທຶນຊ່ວຍການສຶກສາຈາກລັດຖະບັນແຂວງຢຸນນານ ຂອງວິທະຍາໄລ
HongHe ປີ2023
ເວັບໄຊທ໌: https://oips.uoh.edu.cn/info/1215/2827.htm
ທຶນຊ່ວຍການສຶກສາສໍາລັບຄູສອນພາສາຈີນສາກົນ
ທຶນຊ່ວຍການສຶກສາສໍາລັບຄູສອນພາສາຈີນສາກົນໄດ້ຖືກສ້າງຕັ້ງຂື້ນ
ໂດຍສູນການຮ່ວມມື ແລະ ແລກປ່ຽນ ພາສາຈີນ-ຕ່າງປະເທດຂອງກະ
ຊວງສຶກສາ (ຕໍ່ໄປນີ້ເອີ້ນຫຍໍ້ວ່າ "ສູນກາງ") ເພື່ອຕອບສະໜອງຄວາມ
ຕ້ອງການທີ່ເພີ່ມຂື້ນທາງດ້ານການສຶກສາພາສາຈີນຂອງບຸກຄະລາກອນສາກົນ,ເພື່ອສົ່ງເສີມຄວາມສາມາດດ້ານການສຶກສາສາກົນຂອງຈີນ,
ດັ່ງນັ້ນຈື່ງໄດ້ສຸມໃສການຝຶກອົບຮົມຄູສອນພາສາຈີນຢູ່ຕ່າງປະເທດໃຫ້ມີຄຸນນະພາບ.
Ⅰ. ເປົ້າໝາຍການສະໜອງທຶນ
1. ຄົນບໍ່ແມ່ນສັນຊາດຈີນ;
2. ເປັນມິດກັບຈີນ, ບໍ່ມີປະຫວັດທາງຄະດີອາຍາທີ່ຜິດກົດໝາຍ, ປະຕິບັດ ຕາມກົດໝາຍ, ລະບຽບການ ແລະກົດລະບຽບຂອງລັດຖະບານຈີນ;
3. ສຸຂະພາບແຂງແຮງ ແລະ ຈິດໃຈ, ມີຄຸນສົມບັດ ແລະ ການສຶກສາດີເລີດ;
4. ມີຄວາມສົນໃຈໃນການສຶກສາ, ການສິດສອນພາສາຈີນ ແລະ ວຽກງານ ທີ່ກ່ຽວຂ້ອງ;
5. ຜູ້ ຮ້ອງຂໍທຶນຊ່ວຍການສຶກສາລະດັບປະລິນຍາຕີ ແມ່ນມີອາຍຸ 18-25 ປີ; ນັກຄົ້ນຄວ້າສຶກສາທີ່ຮ້ອງຂໍທຶນຊ່ວຍການສຶກສາ ແມ່ນມີອາຍຸ18-35ປີ. ອາຍຸຂອງຄູສອນພາສາຈີນທີ່ເປັນທາງການສາມາດເລື່ອນອາຍຸເຖິງ 45 ປີ,
ແລະ ກຳນົດເວລາໃນການຄິດໄລ່ອາຍຸ ເປັນເອກະພາບໃນວັນທີ 1 ກັນຍາ ປີ2023.
Ⅱ. ປະເພດທຶນຊ່ວຍການສຶກສາ ແລະ ເງື່ອນໄຂການຮ້ອງຂໍ
ປະເພດ |
ໄລຍະເວລາຮສະໜອງທຶນ |
ເວລາເຂົ້າຮຽນ |
ວິຊາສະເພາະ |
ເງື່ອນໄຂການຮ້ອງຂໍ |
ນັກສຶກສາປະລິຍາຕີ |
4ປີ |
ເດືອນກັນຍາຂອງທຸກປີ |
ການສຶກສາພາສາຈີນສາກົນ |
1.ຈົບຊັ້ນມັດທະຍົມການສຶກສາຕອນປາຍ; 2. HSK(ລະດັບ4) ຄະເເນນ210; 3.HSK(ລະດັບກາງ) ຄະເເນນ60. |
ນັກຄົ້ນຄ້ວາສຶກສາໜຶ່ງສົກຮຽນ (ຜູ້ທີ່ຮ້ອງຂໍທຶນທີ່ຄ້າຍຄືກັນຈະບໍ່ໄດ້ຍອມຮັບ) |
11ເດືອນ |
ເດືອນກັນຍາຂອງທຸກປີ |
ການສຶກສາພາສາຈີນສາກົນ |
1.HSK(ລະດັບ3) ຄະເເນນ270; 2. ມີຜົນຄະເເນນHSKK . |
ພາສາເເລະວັນນະຄະດີຈີນ |
1.HSK(ລະດັບ4) ຄະເເນນ180; 2.HSK(ລະດັບກາງ)ຄະເເນນ60. |
ປະຫວັດສາຈີນ |
ທິດທາງການສຶກສາພາສາຈີນ |
1. HSK(ລະດັບ3)ຄະເເນນ210; 2. ຜູ້ທີ່ໃຫ້ຄະເເນນHSKK ຈະໄດ້ຮັບການພິຈາລະນາເປັພິເສດ. |
ນັກຄົ້ນຄ້ວາສຶກສາໜຶ່ງພາກຮຽນ ( ຜູ້ທີ່ມີວີຊາX1ເເລະX2ໃນໜັງສືເດີນທາງແມ່ນຈະບໍ່ຖືກຮັບອະນຸຍາດ) |
5ເດືອນ |
ເດືອນກັນຍາຂອງທຸກປີ ຫຼືເດືອນມີນາ ປີໜ້າ |
ການສຶກສາພາສາຈີນສາກົນ |
1. HSK(ລະດັບ3)ຄະເເນນ180; 2. ມີຜົນຄະເເນນHSKK |
ພາສາເເລະວັນນະຄະດີຈີນ |
ປະຫວັດສາຈີນ |
ທິດທາງວັດທະນະທໍາ Taichi |
1. ມີຜົນຄະເເນນHSK ; 2. ຜູ້ທີ່ໃຫ້ຄະເເນນHSKK ຈະໄດ້ຮັບການພິຈາລະນາເປັພິເສດ. |
Ⅲ. ເນື້ອໃນຂອງທຶນຊ່ວຍການສຶກສາ
1. ຂອບເຂດຄ່າທີ່ລວມ: ຄ່າຮຽນ, ຄ່າພັກ, ຄ່າໃຊ້ຈ່າຍໃນການດຳລົງຊີວິດ, ຄ່າປະກັນໄພການປິ່ນປົວສັງລວມ.
2. ມາດຕະຖານຄ່າຄອງຊີບ: ມາດຕະຖານສຳລັບນັກສຶກສາລະດັບປະລິນ ຍາຕີ, ນັກສຶກສາຄົ້ນຄວາໜຶ່ງສົກຮຽນ ແລະ ໜຶ່ງພາກຮຽນແມ່ນ 2,500
ຢວນ/ເດືອນ.
Ⅳ. ຂັ້ນຕອນການຮ້ອງຂໍ
1. ຜູ້ຮ້ອງຂໍເຂົ້າໃຊ້ເວບໄຊທ໌ຂອງທຶນຊ່ວຍການສຶກສາ (cis.chinese.cn), ລົງທະບຽນໂອນລາຍ ແລະ ຕື່ມຂໍ້ມູນໃສ່ໃນ ‘ແບບຟອມການຮ້ອງຂໍຂອງທຶນ ຊ່ວຍການສຶກສາຄູສອນພາສາຈີນສາກົນ’,ແລະອັບໂຫລດສຳເນົາ ສະ ແກນເອກະສານຢັ້ງຢືນທີ່ ກ່ຽວຂ້ອງ ຕາມຄວາມຕ້ອງການ; ສອບຖາມສະຖາບັນທີ່ແນະນຳ, ເເລະໂຮງຮຽນທີ່ຮັບ ຈະຄັດເລືອກ “ວິທະຍາໄລHongHe”.
2.ອົງການແນະນໍາຄັດເລືອກເເລະ ແນະນຳຜູ້ຮ້ອງຂໍທີ່ມີເງື່ອນໄຂສອດ
ຄ່ອງ ໃຫ້ແກ່ວິທະຍາໄລ HongHe;
3.ວິທະຍາໄລ HongHe ທົບທວນຄວາມເໝາະສົມຂອງຜູ້ຮ້ອງຂໍ ແລະ ແນະນຳຜູ້ຮ້ອງຂໍທຶນຊ່ວຍການສຶກສາໃຫ້ສູນການຮ່ວມມືດ້ານພາສາ.
4.ສູນການຮ່ວມມືດ້ານພາສາຈະໄດ້ຈັດຕັ້ງນັກຊ່ຽວຊານນໍາກັນ ເພື່ອການຄັດເລືອກເອົາຜູ້ຮ້ອງຂໍທີ່ດີທີ່ສຸດໃນການເຂົ້າຮັບການສຶກສາ.
5. ຜູ້ຮ້ອງຂໍສາມາດຕິດຕາມຂັ້ນຕອນການສະໝັກ,ກວດກາຄວາມຄິດເຫັນ, ຜົນການປະເມີນ ແລະ ຜົນທຶນຊ່ວຍການສຶກສາໄດ້ໃນລະບົບ.
6. ວິທະຍາໄລ HongHe ຢືນຢັນການຮັບນັກສຶກສາເຂົ້າຮຽນນໍານັກສຶກສາ, ຜູ້ທີ່ໄດ້ຮັບລາງວັນ ສາມາດພິມໃບຢັ້ງຢືນທີ່ໄດ້ຮັບລາງວັນ ຜ່ານທາງອິນເຕີເນັດ, ແລະລົງທະບຽນຢູ່ທະຍາໄລ HongHe ຕາມເວລາກຳນົດ, ຫຼັງຈາກນັ້ນຈຶ່ງໄດ້ຮັບທຶນຊ່ວຍການສຶກສາສໍາລັບຄູສອນພາສາຈີນສາກົນ.
7.ຜູ້ທີ່ກວດສອບສຸຂະພາບບໍ່ຜ່ານເວລາເຂົ້າຮຽນ,ປະລະການຮຽນໃນໄລຍະກາງພາກຮຽນ, ມາລົງທະບຽນບໍ່ຕາມເວລາທີ່ບໍ່ໄດ້ຮັບອະນຸຍາດ, ພັກຮຽນ
ແລະສະພາບອື່ນໆ ຈະຖືກຍົກເລິກສິດໃນການຮັບທຶນຊ່ວຍການສຶກສາ
8. ນັກສຶກສາໃນລະດັບປະລິນຍາຕີຕ້ອງເຂົ້າຮ່ວມການປະເມີນຜົນປະຈໍາ
ປີຕາມກໍານົດ, ແລະຜູ້ທີ່ຜ່ານການປະເມີນຜົນສາມາດສືບຕໍ່ຮັບທຶນຊ່ວຍ
ການສຶກສາຕໍ່ໄປ.
Ⅴ. ເອກະສານການຮ້ອງຂໍ
1. ແບບຟອມການຮ້ອງຂໍທຶນຊ່ວຍການສຶກສາສໍາລັບຄູສອນພາສາຈີນສາ
ກົນ
2. ສໍາເນົາສະແກນໜ້າຮູບຖ່າຍໜັງສືຜ່ານແດນ;
3. ສໍາເນົາສະແກນບົດລາຍງານຄະແນນ HSK, HSKK (ມີຜົນສະສິດໃຊ້ໄດ້ເວລາສອງປີ).
4. ຈົດໝາຍແນະນຳທີ່ອອກ ໂດຍຜູ້ຮັບຜິດຊອບຂອງສະຖາບັນແນະນໍາ.
5. ການຮ້ອງຂໍເປັນນັກສຶກສາໃນລະດັບປະລິນຍາຕີ ຕ້ອງໄດ້ສະໜອງໃບ
ຢັ້ງຢືນປະສົບການສຶກສາສູງສຸດທີ່ໄດ້ແປເປັນພາສາຈີນ ຫຼື ອັງກິດ ແລະໄດ້
ທະບຽນສານ (ໃບຢັ້ງຢືນຈົບການສຶກສາຄາດໝາຍລ່ວງໜ້າ)ເເລະໃບຢັ້ງ
ຢືນຄະແນນທີ່ສຶກສາຢູ່ໂຮງຮຽນ.
6.ຄູສອນພາສາຈີນທີ່ເປັນທາງການ ຕ້ອງເພີ່ມໃບຢັ້ງຢືນການຈ້າງງານ ແລະຈົດໝາຍແນະນຳ ທີ່ອອກໂດຍອົງການທີ່ໄດ້ເຮັດວຽກຢູ່.
Ⅵ. ກໍານົດເວລາຮ້ອງຂໍ
1. ການເຂົ້າຮຽນໃນເດືອນກັນຍາຂອງປີນັ້ນ: ກຳນົດເວລາຮ້ອງຂໍ ແມ່ນເຖິງວັນທີ 15 ພຶດສະພາ;
2. ການເຂົ້າຮຽນໃນເດືອນມີນາຂອງປີຕໍ່ໄປ: ກຳນົດເວລາຮ້ອງຂໍ ແມ່ນເຖິງວັນທີ 15 ພະຈິກຂອງປີນັ້ນ.
Ⅶ. ການປຶກສາດ້ານທຶນຊ່ວຍການສຶກສາ
1. ໂທລະສັບ (ແຟັກ): 0086-873-3694397
2. ອີແມວ: 3103891441@qq.com
3. ທີ່ຢູ່: ຫ້ອງB102, ສູນກິດຈະກຳນັກສຶກສາ, ວິທະຍາໄລ HongHe,
ເມືອງເໝີງຈື, ກິ່ງແຂວງHonghe, ແຂວງຢຸນນານ
(ຫ້ອງການຄຸ້ມຄອງນັກສຶກສາຕ່າງປະເທດ,ພະແນກການຮ່ວມມືແລະການ
ແລກປ່ຽນຕ່າງປະເທດ)
ໝາຍເຫດ: ສຳລັບຂໍ້ມູນກ່ຽວກັບທຶນຊ່ວຍການສຶກສາ,ກະລຸນາອີງໃສ່“ຂໍ້ກໍານົດການຮັບນັກສຶກສາປະຈຳປີ” ເປັນມາດຕະຖານ
ຕິດຄັດ: ເວບໄຊທ໌ຂອງວິທີການຮ້ອງຂໍທຶນຊ່ວຍການສຶກສາຂອງຄູສອນ
ພາສາຈີນສາກົນວິທະຍາໄລHongHe ປີ2023: